(VOVWORLD) -ທ່ານ Leo Luzar ສະມາຊິກ ພັກກອມມູນິດ ເຊັກໂກ Morava (KSCM), ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ເຊັກໂກ - ຫວຽດນາມ, ກຳມະການສະພານະຄອນ Ostrava ໃນການຕອບສຳພາດຕໍ່ນັກຂ່າວ ຂອງສຳນັກຂ່າວສານ ຫວຽດນາມປະຈຳ ສ.ເຊັກໂກ.
ທ່ານ Leo Luzar ສະມາຊິກ ພັກກອມມູນິດ ເຊັກໂກ Morava (KSCM) ໃຫ້ສຳພາດຕໍ່ນັກຂ່າວ ຂອງສຳນັກຂ່າວສານ ຫວຽດນາມປະຈຳ ສ.ເຊັກໂກ (ພາບ: TTXVN) |
ດ້ວຍການຈັດກອງປະຊຸມໃຫຍ່ຄັ້ງທີ 13 ຢ່າງສຳເລັດຜົນ ແລະ ຮັບຮອງເອົາແນວທາງໂຄງການການເມືອງໃນໄລຍະໃໝ່, ພັກກອມມູນິດ ຫວຽດນາມ ຈະນຳພາປະເທດ ຫວຽດນາມ ບັນລຸໄດ້ ບັນດາຜົນສຳເລັດໃໝ່. ນັ້ນແມ່ນຂໍ້ສັງເກດຂອງທ່ານ Leo Luzar ສະມາຊິກ ພັກກອມມູນິດ ເຊັກໂກ Morava (KSCM), ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ເຊັກໂກ - ຫວຽດນາມ, ກຳມະການສະພານະຄອນ Ostrava ໃນການຕອບສຳພາດຕໍ່ນັກຂ່າວ ຂອງສຳນັກຂ່າວສານ ຫວຽດນາມປະຈຳ ສ.ເຊັກໂກ.
ທ່ານ Luzar ຖືວ່າ, ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ແມ່ນເຫດການໃຫຍ່ ທີ່ພວມດຶງດູດຄວາມສົນໃຈຂອງ ສ.ເຊັກໂກ ເວົ້າລວມ ແລະ ພັກກອມມູນິດ ເຊັກໂກ Morava ເວົ້າສະເພາະ. ພັກກອມມູນິດ ເຊັກໂກ Morava ກໍ່ມີຄວາມສົນໃຈ, ຕິດຕາມວິວັດທະນາການກະກຽມກໍ່ຄືການດຳເນີນງານຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ.
ຕາມທ່ານ Luzar ແລ້ວ, ໃນຊຸມປີຜ່ານມາ, ພັກກອມມູນິດ ຫວຽດນາມໄດ້ວາງອອກແນວທາງ, ໂຄງການດຳເນີນງານ ຢ່າງຖືກຕ້ອງເພື່ອນຳພາປະເທດຊາດ, ຜ່ານນັ້ນກໍ່ນຳຊີວິດການເປັນຢູ່ທີ່ອີ່ມໜຳສຳລາມ, ສົມບູນພູນສຸກ ມາໃຫ້ປະຊາຊົນໝົດທຸກຄົນ ພິເສດແມ່ນຜູ້ທຸກຍາກ.