ກອງປະຊຸມໃຫຍ່ປ້ອງກັນ ແລະ ຕ້ານເຊື້ອ HIV/AIDS

ກອງປະຊຸມໃຫຍ່ປ້ອງກັນ ແລະ ຕ້ານເຊື້ອ HIV/AIDS  - ảnh 1
ທ່ານຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ເຂົ້າ​ຮ່ວມ​
ກອງ​ປະຊຸມ​ໃຫຍ່​ປ້ອງ​ກັນ ​ແລະ ຕ້ານ​ເຊື້ອ HIV/AIDS
(ພາບ: chinhphu.vn)


(vovworld) -     ສະມາຄົມປ້ອງ​ກັນ ​ແລະ ຕ້ານ​ເຊື້ອ HIV/AIDS ​ຫວຽດນາມ ​ແມ່ນ​ສະມາຊິກ​ທີ​ສຳຄັນ​ປະກອບສ່ວນ​ປ້ອງ​ກັນ ​ແລະ ຕ້ານເຊື້ອ HIV/AIDS ຢູ່​ຫວຽດນາມ. ທ່ານຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ຢືນຢັນ​ສິ່ງ​ດັ່ງ​ກາວ​ທີ່ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວປະ​ເທດ​ຄັ້ງ​ທີ 2 ອາຍຸ​ການ 2012 – 2017 ຂອງສະມາຄົມປ້ອງ​ກັນ ​ແລະ ຕ້ານ​ເຊື້ອ HIV/AIDS ​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄດ້​ເນັ້ນ​ໜັກ​ວ່າ ​ໃນ​ອາຍຸ​ການ​ໃໝ່, ສະມາຄົມ​ຕ້ອງ​ສືບ​ຕໍ່​ເປີດ​ກວ້າງ​​ເຄືອຂ່າ​ຍ ​ແລະ ພັດທະນາ​ສະມາຊິກ​ໃໝ່​ຢູ່​ບັນດາ​ທ້ອງ​ຖິ່ນ​ຕື່ມ​ອີກ; ປັບປຸງ​ອົງການຈັດ​ຕັ້ງ, ​​ເປັນ​ເຈົ້າ​ການ​ສົມທົບ​ກັບ​ບັນດາ​ອົງການ, ຫົວໜ່ວຍ, ອົງການ​ຈັດ​ຕັ້ງ​ສ່ວນ​ບຸກຕົນຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ​ເປັນ​ຢ່າງ​ດີ. ຄຽງ​ຂ້າງ​ນັ້ນ, ບັນດາ​ທ້ອງ​ຖິ່ນ​ຄວນ​ເອົາ​ໃຈ​ໃສ່ ​ແລະ ມີ​ສະຕິ​ຮັບ​ຮູ້​ຢ່າງ​ຄົບ​ຖ້ວນ​ເພື່ອ​ຊີ້​ນຳ​ວຽກ​ງານປ້ອງ​ກັນ ​ແລະ ຕ້ານ​ເຊື້ອ HIV/AIDS ​ໃຫ້​ບັນລຸ​ປະສິດທິ​ຜົນ. ທ່ານຮອງ​ນາຍົກລັດຖະມົນຕີ ​ໄດ້​ສະ​ເໜີ​ໃຫ້​ບັນດາ​ຜູ້​ແທນ​ສຸມ​ໃສ່​ແລກປ່ຽນ ​ແລະ ວາງ​ອອກ​ທິດ​ທາງ​ທີ່​ເໝາະ​ສົມ​ໃນ​ອາຍຸ​ການ​ຈະ​ມາ​ເຖິງ, ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານປ້ອງ​ກັນ ​ແລະ ຕ້ານ​ເຊື້ອ HIV/AIDS ຢູ່​ຫວຽດນາມ ຢ່າງ​ຕັ້ງ​ໜ້າ. ບັນດາ​ຜູ້​ແທນ​ໄດ້​ເຫັນ​ດີ​ເລືອກຕັ້ງ​ທ່ານ​ນາງຮອງ​ສາ​ດາະດາ​ຈານ, ປະລິຍາ​ເອກ Tran Thi Trung Chien ສືບ​ຕໍ່​ດຳລົງ​ຕຳ​ແໜ່​ງປະທານ​ສະມາຄົມປ້ອງ​ກັນ ​ແລະ ຕ້ານ​ເຊື້ອ HIV/AIDS ​ຫວຽດນາມ ອາ​ຍຸ​ການ 2012 – 2017.

ຂ່າວ/ບົດ​ອື່ນ