ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ XI

 

ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ XI  - ảnh 1
                             ພາບປະກອບຈາກ internet



(vovworld) - ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ແມ່ຍິງ​ທົ່ວ​ປະ​ເທດ​ຄັ້ງ​ທີ XI ພາຍ​ໃຕ້​ຫົວ​ຂໍ້​ວ່າ “ຄວາມ​ສາມັກຄີ - ປະດິດ​ສ້າງ  - ການ​ເຊື່ອມ​ໂຍງ ​ແລະ ພັດທະນາ” ຈະ​ດຳ​ເນີນ​ຢູ່​ນະຄອນຫລວງ ຮ່າ​ໂນ້ຍ ​ແຕ່​ວັນ​ທີ 12 - 14/3/2012. ນີ້​ແມ່ນ​ເຫດການ​ການ​ເມືອງ​ສຳຄັນ ​ເປັນ​ຂີດ​ໝາຍ​ແຫ່ງ​ການ​ພັດທະນາ​ໃຫມ່​ໃນ​ການ​ເສີມ​ຂະຫຍາຍ​ບົດບາດ, ຄວາມ​ສາມາດ​ບົ່ມ​ຊ້ອນ, ຫົວຄິດ​ປະດິດ​ສ້າງ ​ແລະ ຄວາມ​ສາມາດ​ປະກອບສ່ວນ​ສູງ​ສຸດຂອງ​ແມ່ຍິງ​ໃນ​ໄລຍະ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ຢືນຢັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ລັດ ຫວຽດນາມ ທີ່​ມີ​ຕໍ່​ແມ່ຍິງ ​ແລະ ສະຫະພັນ​ແມ່ຍິງ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ໃຫຍ່ ມີ​ຜູ້​ແທນ​ເກືອບ 1000 ຄົນ ທີ່​ຕາງຫນ້າ​ໃຫ້​ພະນັກງານ, ສະມາຊິກ​ສະຫະພັນ​ແມ່ຍິງ​ນັບ​ລ້ານໆ​ຄົນ​ໃນ​ທົ່ວ​ປະ​ເທດ. ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ແມ່ຍິງ​ທົ່ວ​ປະ​ເທດ​ຄັ້ງທີ XI ຈະ​ຕັດສິນ​ບັນດາ​ບັນຫາ​ສຳຄັນ​ຂອງ​ຂະ​ບວນການ​ແມ່ຍິງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​ໃນ​ໄລຍະ 5 ປີ ຈະ​ມາ​ເຖິງ (2012 -2017), ຍ້ອງຍໍ​ສັນລະ​ເສີນ​ບັນດາ​ສ່ວນ​ບຸກຄົນ ​ແລະ ໝູ່​ຄະນະ​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ 5 ປີ ລ່ຽນ​ຕິດ​ໃນ​ຂະ​ບວນການ​ແມ່ຍິງ ​ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​ແມ່ຍິງ. ທີ່ກອງປະຊຸມຄັ້ງທີ 11 ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງຫວຽດນາມ ຊຸດທີ 10 ຊຶ່ງຈັດຂຶ້ນໃນຕອນບ່າຍວັນທີ 10/3 ຢູ່ຮ່າໂນ້ຍ, ບັນດາຜູ້ແທນໄດ້ຮັບຟັງບົດລາຍງານຮັບເອົາຄຳເຫັນປະກອບຂອງສະຫະພັນແມ່ນຍິງຂັ້ນຕ່າງໆໃສ່ຮ່າງບັນດາເອກະສານກະກຽມໃຫ້ແກ່ກອງປະຊຸມຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ 11, ສະເຫນີບຸກຄະລາກອນອອກສະໝັກ
ຮັບເລືອກຕັ້ງຄະນະບໍລິຫານງານເພີ່ມເຄີມ.

ຂ່າວ/ບົດ​ອື່ນ