ກອງປະຊຸມໃຫຍ່ສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ-ສີລັງກາ

   ກອງປະຊຸມໃຫຍ່ສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ-ສີລັງກາ - ảnh 1
ນາງ ຫງວຽນ​ທິຮ່ວາງ​ເວີນຮອງ​ປະທານ​ສະຫະພັນ​ບັນດາ​ ອົງການ​ມິດຕະພາບ​ຫວຽດນາມ ມອບຂໍຕົກລົງສ້າງຕັ້ງສະມາຄົມ​ມິດຕະພາບ​ຫວຽດນາມ-ສີ​ລັງກາ ໃຫ້ທ່ານຝ້າມວັນລິງ ຮອງຫົວໜ້າຄະນະໂຄ ສະນາສຶກສາສູນກາງພັກ

(vovworld)- ວັນ​ທີ 26/9, ກອງ​ປະຊຸມ​ໃຫຍ່​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ​ຫວຽດນາມ-ສີ​ລັງກາ​ອາຍຸ​ການ 2014-2019 ​ໄດ້​ຖືກ​ໄຂ​ຂຶ້ນ​ຢູ່ຮ່າໂນ້ຍ. ກອງ​ປະຊຸມ​ໃຫຍ່​ໄດ້ເລືອກຕັ້ງຄະນະບໍລິຫານງານ ຊຶ່ງປະກອບ ດ້ວຍສະມາຊິກ 23 ທ່ານ ຝ້າມວັນລິງ ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ຮັບ ເລືອກຕັ້ງ​ເປັນ​ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ-ສີ​ລັງກາ​ອາຍຸ​ການ 2014-2019. ກ່າວ​ຄຳ​ເຫັນ​ຊົ​ມ​ເຊີຍກອງ​ປະຊຸມ​ໃຫຍ່​, ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ນາງ ຫງວຽນ​ທິຮ່ວາງ​ເວີນ ຖື​ວ່າ ການ​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ​ຫວຽດນາມ-ສີ​ລັງກາ​​ແມ່ນ​ບາດກ້າວ​ຂະຫຍາຍຕົວ​ໃໝ່​ໃນ​ການ​ພົວພັນ​ຮ່ວມ​ມື ​ແລະ ​ແລກປ່ຽນ​ລະຫວ່າງປະຊາຊົນ 2 ປະ​ເທດ. ​ສະມາຄົມ​ມິດຕະພາບ​ຫວຽດນາມ-ສີ​ລັງກາ​ຈະ​ເປັນ​ຂົວ​ເຊື່ອມ​ຕໍ່​ຊຸກ​ຍູ້​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ການ​ຄ້າ..... ພ້ອມ​ທັງ​ປະກອບສ່ວນ​ປະຕິບັດ​ແຜນ​ນະ​ໂຍບາຍ, ນະ​​ໂຍບາຍ​ການ​ຕ່າງປະ​ເທດ​ປະຊາຊົນ​ຂອງ​ພັກ ​ແລະ ລັດ​ຫວຽດນາມ . 

ຂ່າວ/ບົດ​ອື່ນ