ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດ “ຜູ້ອາຍຸສູງ - ເປັນແບບຢ່າງ” ຄັ້ງທີ 3
(ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດ “ຜູ້ອາຍຸສູງ - ເປັນແບບຢ່າງ” ຄັ້ງທີ 3)
(vovworld) – ຕອນເຊົ້າວັນທີ 05/05, ສູນກາງສະມາຄົມຜູ້ອາຍຸສູງຫວຽດນາມ ໄດ້ຈັດກອງປະຊຸມໃຫຍ່ແຂ່ງຂັນຮັກຊາດ “ຜູ້ອາຍຸສູງ - ເປັນແບບຢ່າງ” ຄັ້ງທີ 3 ແລະ ສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງສະມາຄົມຜູ້ອາຍຸສູງຫວຽດນາມ ຢູ່ນະຄອນຫຼວງຮ່າໂນ້ຍ. ໃນໄລຍະຈະມາເຖິງ, ສະມາຄົມຜູ້ອາຍຸສູງຫວຽດນາມ ຈະສຸມໃສ່ຕອບສະໜອງການເບິ່ງແຍງ ແລະ ເສີມຂະຫຍາຍບົດບາດຂອງຜູ້ອາຍຸສູງ. ສະມາຄົມຈະປະຕິບັດແຜນຮ່າງ “ເດືອນເຄື່ອນໄຫວເພື່ອຜູ້ອາຍຸສູງ”. ພິເສດຈະມີລາຍການຜູ້ອາຍຸສູງເຂົ້າຮ່ວມການປົກປັກຮັກສາສິ່ງແວດລ້ອມໃນວັນທີ 05/06 ຢູ່ ກົນດາວ.
ເນື່ອງໃນໂອກາດນີ້, ສະມາຄົມຜູ້ອາຍຸສູງຫວຽດນາມ ໄດ້ເປັນກຽດຮັບຫຼຽນໄຊແຮງງານຊັ້ນໜຶ່ງ.