ກອງເຊຍ ຫວຽດນາມ ຕ້ອນຮັບບັນດານັກເຕະບານ Arsenal ມາ ຫວຽດນາມ

ກອງເຊຍ ຫວຽດນາມ ຕ້ອນຮັບບັນດານັກເຕະບານ Arsenal ມາ ຫວຽດນາມ - ảnh 1
ພາບປະກອບ

(vovworld) – ຕອນ​ເຊົ້າ​ວັນ​ທີ 15/7, ສະ​ໂມ​ສອນ​ບານ​ເຕາະ Arsenal (ລາຊະ​ອານາຈັກ ອັງກິດ) ​ໄດ້​ມາ​ຮອດ​ສະໜາມ​ບິນ ​ໂນ້ຍບ່າຍ (ຮ່າ​ໂນ້ຍ) ​ເພື່ອ​ກະກຽມ​ໃຫ້​ແກ່​ການ​ແຂ່ງຂັນ​ມິດຕະພາບ​ສາກົນ​ກັບ​ທິມຊາດ ຫວຽດນາມ ​ເມື່ອ​ວັນ​ທີ 17/7 ຈະ​ມາ​ເຖິງ. ການ​ຕ້ອນຮັບ​ບັນດາ​ສະມາຊິກ​ຂອງ​ສະ​ໂມ​ສອນ Arsenal ຢູ່​ສະໜາມ​ບິນ ​ໂນ້ຍບ່າຍ ​ໄດ້​ດຳ​ເນີນ​ໄປ​ໃນ​ບັນຍາກາດ​ສະ​ໜິດ​ສະ​ໜົມ. ​ເພື່ອ​ຕອບ​ສະໜອງ​ຄວາມ​ນິຍົມ​ຂອງບັນດາ​ຜູ້​ນິຍົມ​ບານ​ເຕະ ຫວຽດນາມ, ບັນດາ​ນັກ​ເຕະບານ Arsenal ​ໄດ້​ສະ​ແດງ​​ໃຫ້​ເຫັນຄວາມ​ສະໜິດ​ສະໜົມ ​ແລະ ມີ​ຄວາມມ່ວນ​ຊື່ນ​ເມື່ອມາ​ຮອດ ຫວຽດນາມ. ​ເພື່ອ​ນ ​ໂດ໋ຊວນ​ກວນ, ໜຶ່ງ​ໃນ​ບັນດາ​ສະມາຊິກ​ຂອງ​ກອງ​ເຊຍ ຫວຽດນາມ, ​ແບ່ງປັນ​ວ່າ:

“ຂ້າພະ​ເຈົ້າ​ນິຍົມ​ຊົມ​ຊອບ​ສະ​ໂມ​ສອນ Arsenal ມາ​ເປັນ​ເວລາ 4, 5 ປີ​ແລ້ວ. ຂ້າພະ​ເຈົ້າ​ມີ​ຄວາມ​ຮູ້ສຶກ​ທັງ​ມ່ວນ ທັງ​ມີ​ຄວາມ​​ເປັນຫ່ວງ​ໃຍ. ມ່ວນ​ຊື່ນ​ຍ້ອນ​ວ່າ​ໄດ້​ພົບ​ປະ​ກັບ​ບັນດາ​ດາລາ​ເຕະບານ​ທີ່​ຕົນ​ຊົມ​ຊອບ, ນີ້ອາດ​ຈະ​ແມ່ນ​ກາລະ​ໂອກາດ​ພຽງ​ເທື່ອ​ດຽວ​ເທົ່າ​ນັ້ນ. ຕ້ອງ​ເຮັດ​​ແນວ​ໃດ​ເພື່ອ​ໃຫ້​ພາບ​ພົດ​ຂອງ ຫວຽດນາມ, ຂອງບັນດາ​ຜູ້​ນິຍົ​ມ Arsenal ​ໃຫ້​ດີງາມ​ກ່ວາ.”

 

ຂ່າວ/ບົດ​ອື່ນ