(ພາບ: kontumcity.vn)
(vovworld)- ເພື່ອແນໃສ່ສືບຕໍ່ນ້ຳໃຈສາມັກຄີມິດຕະພາບ, ການຮ່ວມມືພັດທະນາກັບ 4 ແຂວງທາງພາກໃຕ້ຂອງລາວຄື: ອັດຕະປື, ສາລະວັນ, ເຊກອງ ແລະ ຈຳປາສັກ, ແຕ່ວັນທີ 19-23/3, ຄະນະຜູ້ແທນການນຳແຂວງກອນຕູມ ໂດຍທ່ານຮ່າບານ ກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງນຳໜ້າ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບການນຳ 4 ແຂວງພາກໃຕ້ຂອງລາວ. ໃນການຢ້ຽມຢາມຄັ້ງນີ້, ແຂວງກອນຕູມ ໄດ້ມອບຈຳນວນເງິນ 5 ຕື້ດົ່ງໃຫ້ແກ່ແຂວງອັດຕະປື ເພື່ອໜູນຊ່ວຍອັດຕະປື ກໍ່ສ້າງໂຮງຮຽນອະນຸບານແຫ່ງໜຶ່ງບັນລຸມາດຕະຖານ; ມອບຈຳນວນເງິນ 500 ລ້ານດົ່ງໃຫ້ແຂວງເຊກອງ ແລະ ສາລະວັນ ເພື່ອໜູນຊ່ວຍຂະແໜງການສຶກສາທ້ອງຖິ່ນ. ເນື່ອງໃນໂອກຫາດບູນປີໃໝ່ປະຈຳຊາດລາວ, ການນຳແຂວງກອນຕູມ ໄດ້ມອບຂອງຂວັນໃຫ້ອຳນາດການປົກຄອງທ້ອງຖິ່ນ; ໄປຢ້ຽມຢາມພະນັກງານ, ພາລະກອນກົງສູນໃຫ່ຍຫວຽດນາມ ປະຈຳແຂວງຈຳປາສັກ ແລະ ພະນັກງານອາວຸໂສລາວຈຳນວນໜຶ່ງຢູ່ບັນດາແຂວງເຫຼົ່ານີ້. ການນຳແຂວງກອນຕູມ ແລະ ການນຳ 4 ແຂວງພາກໃຕ້ຂອງລາວ ລ້ວນແຕ່ເຫັນດີເປັນເອກະສັນໂດຍຖືວ່າ: ໃນໄລຍະຈະມາເຖິງ, ຕ້ອງເພີ່ມທະວີການຮ່ວມມືກ່ວາອີກ, ເນື້ອໃນການຮ່ວມມືຕ້ອງລະອຽດເຖິງແຕ່ລະພະແນກ, ຄະນະ, ຂະແໜງການ, ທ້ອງຖິ່ນຕ່າງໆຂອງສອງປະເທດຫວຽດນາມ-ລາວ.