ກອນຕຸມໄຂສັບປະດາວັດທະນະທຳ-ທ່ອງທ່ຽວຄັ້ງທີ 4

ກອນຕຸມໄຂສັບປະດາວັດທະນະທຳ-ທ່ອງທ່ຽວຄັ້ງທີ 4 - ảnh 1
ກອນຕຸມໄຂສັບປະດາວັດທະນະທຳ-ທ່ອງທ່ຽວຄັ້ງທີ 4
(ພາບ: TTXVN)

(vovworld) - ຕອນ​ຄ່ຳ​ວັນ​ທີ 09/03, ສັບ​ປະ​ດາ​ວັດ​ທະ​ນະ​ທຳ - ທ່ອງ​ທ່ຽວ​ ຄັ້ງ​ທີ 4 ປີ 2017 ດ້ວຍ​ຫົວ​ຂໍ້​ວ່າ “ມັງ​ແດນ ເຊື່ອມ​ໂຍງ ແລະ ພັດ​ທະ​ນາ” ຖືກ​​ໄຂ​ຂຶ້ນຢູ່​ສະ​ໜາມ​ຫຼວງ​ໃຈ​ກາງ​ເມືອງ Kon Plong, ແຂວງກອນ​ຕູມ. ສັບ​ປະ​ດາ​ວັດ​ທະ​ນະ​ທຳ - ທ່ອງ​ທ່ຽວ ໄດ້​ປະ​ກອບ​ສ່ວນ​ໂຄ​ສະ​ນາ​ກ່ຽວ​ກັບ​ເຂດ​ດິນ​ແດນ, ຊາ​ວ Kon Plong, ເຊິ່ງ​ແມ່ນ​ເຂດ​ດິນ​ແດນ​ແຫ່ງ​ເທບ​ນິ​ຍາຍ, ​ທີ່ຮັກ​ສາ​ໄດ້​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​​ໜ້ອຍ​ພວມ​ດຳ​ລົງ​ຊີ​ວິດ​ໃນ​ບໍ​ລິ​ເວນ. ນີ້ກໍ່​ແມ່ນ​ໂອ​ກາດ​ເພື່ອ​ພົບ​ປະ​ແລກ​ປ່ຽນ, ພົວ​ພັນ​ຄ້າ​ຂາຍ, ແນະ​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ​ສິ​ນ​ຄ້າ​ຢ່າງ​ກ້​ວາງ​ຂ​ວາງ ເພື່ອ​ຊ່ວຍ​ເພີ່ມ​ລະ​ດັບ​ເຕີບ​ໂຕ​ຂອງ​ເມືອງ Kon Plong ເວົ້າ​ສະ​ເພາະ ແລະ ແຂວງ ກອນ​ຕູມ ເວົ້າ​ລວ​ມ.

ຂ່າວ/ບົດ​ອື່ນ