ກະກຽມຢ່າງລອບຄອບຖີ່ຖ້ວນໃຫ້ແກ່ກອງປະຊຸມສະພາແຫ່ງຊາດຫວຽດນາມ - ກຳປູເຈຍ

ກະກຽມຢ່າງລອບຄອບຖີ່ຖ້ວນໃຫ້ແກ່ກອງປະຊຸມສະພາແຫ່ງຊາດຫວຽດນາມ - ກຳປູເຈຍ - ảnh 1
( ພາບປະກອບ )

(vovworld) -     ວັນ​ທີ 19/8, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ Huynh Ngoc Son ພ້ອມ​ກັນ​ບັນ​ດາ​ທ່ານ Tran Van Hang, ຫົວໜ້າ​ກຳມາ​ທິການ ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ​ແລະ ທ່ານ Nguyen Hanh Phuc ກຳ​ມະ​ການ​ສູນ​ກາງ​ພັກ, ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ໄດ້​ມີ​ການ​ເຮັດ​ວຽກກັບ​ການ​ນຳ​ນະຄອນ​ໂຮ່ຈິ​ມິນ, ການ​ນຳ​ທະຫານ​ເຂດ 7 ​ແລະ ​ໄປ​ກວດກາ​ວຽກ​ງານ​ກະກຽມ​ຈັດ​ຕັ້ງ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ຫວຽດນາມ - ກຳປູ​ເຈຍ ​ເຊິ່ງຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ​ ​ Huynh Ngoc Son ​ໄດ້​ເນັ້ນ​ໜັກ​ວ່າ; ​ເປົ້າໝາຍ​ຂອງກອງ​ປະຊຸມ​ເພື່ອ​ແນ​ໃສ່​ແລກປ່ຽນ​ວຽກ​ງານ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ - ກຳປູ​ເຈຍ, ພົບ​ປະ​ແລກປ່ຽນ​ລະຫວ່າງ​ກຸ່ມ​ສະມາຊິກ​ລັດຖະສະພາ, ​ໄວ​ໜູ່ມ ​ແລ​ະ ບັນ​ດາ​ທ້ອງ​ຖິ່ນ​ທີ່​ມີ​ເສັ້ນ​ຊາຍ​ແດ​ນຮ່ວມ, ​ແຮ​ກສ່ຽວລະຫວ່າງ​ສອງ​ປະ​ເທດ; ​ໂຄສະນາ​ກ່ຽວ​ກັບ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ.
ຂ່າວ/ບົດ​ອື່ນ