ກະກ​ຽມສິນຄ້າ, ຂອງ​ຂວັນ​ປີ​ໃໝ່ ​ ຢ່າງ​ລອບ​ຄອບ​ຖີ່​ຖ້ວນ ໃຫ້​ແກ່ພະນັກງານ, ທະຫານນັກຮົບປະ​ຈໍາ​ຢູ່ຮ້ານ​ເວນ​ຍາ​ມ DK1 ​ ເນື່ອງ​ໃນ​ໂອກາດ​ຕ້ອນຮັບ​ລະດູບານ​ໃໝ່ປີ 2020 ​​

(VOVWORLD) - ຊຸມວັນທ້າຍປີ 2019 ນີ້, ຢູ່ທ່າກໍ່າປັ່ນ ກອງພັນນ້ອຍ 167, ກອງບັນຊາການ ກອງທັບເຮືອ ເຂດ 2 ແຂວງ ບ່າເຣ້ຍ - ຫວູງເຕົ່າ, ບັນດາພະນັກງານ, ນັກຮົບ ຂຸ້ນຂ້ຽວຂົນສົ່ງສິນຄ້າ, ຂອງຂວັນປີໃໝ່ໃສ່ກໍ່າປັ່່ນ ເພື່ອສົ່ງໄປໃຫ້ຮ້ານຍາມ DK1, ກໍ່າປັ່ນປະຈໍາການ ແລະ ໝູ່ເກາະ. 
ກະກ​ຽມສິນຄ້າ, ຂອງ​ຂວັນ​ປີ​ໃໝ່ ​ ຢ່າງ​ລອບ​ຄອບ​ຖີ່​ຖ້ວນ ໃຫ້​ແກ່ພະນັກງານ, ທະຫານນັກຮົບປະ​ຈໍາ​ຢູ່ຮ້ານ​ເວນ​ຍາ​ມ DK1 ​ ເນື່ອງ​ໃນ​ໂອກາດ​ຕ້ອນຮັບ​ລະດູບານ​ໃໝ່ປີ 2020 ​​ - ảnh 1ວຽກງານກະກຽມສິນຄ້າໃຫ້ແກ່ຮ້ານຍາມ, ກໍຄືຂອງຂວັນປີໃໝ່ ໄດ້ກະກຽມສໍາເລັດໂດຍພື້ນຖານ 

ງ່າຕົ້ນຄາຍ, ຕົ້ນໝາກແປ້ນ, ໃບຕອງ, ເຂົ້າຕົ້ມ... ແມ່ນບັນດາຂອງຝາກຂອງຕ້ອນຂອງປະຊາຊົນຢູ່ທຸກເຂດພາກໃນທົ່ວປະເທດ ຢາກຝາກເຖິງທະຫານ ແລະ ປະຊາຊົນຢູ່ເຂດໝູ່ເກາະ.  ທ່ານຮ້ອຍເອກ ເລຢຸຍຊື໋ວ, ພະນັກງານການເມືອງ ຮອງຫົວໜ້າກອງພັນ DK1 ໃຫ້ຮູ້ວ່າ:

        “ວຽກງານກະກຽມສິນຄ້າໃຫ້ແກ່ຮ້ານຍາມ, ກໍຄືຂອງຂວັນປີໃໝ່ຈາກບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ວິສາຫະກິດໃນທົ່ວປະເທດ ທີ່ໄດ້ຝາກມານັ້ນ ພວກຂ້າພະເຈົ້າໄດ້ຮັບແລ້ວ ແລະ ປະຕິບັດເປັນຢ່າງດີ. ທັນຍາຫານ, ສະບຽງອາຫານຮັບໃຊ້ບຸນປີໃໝ່ໃຫ້ແກ່ນາຍທະຫານ ແມ່ນໄດ້ກະກຽມສໍາເລັດໂດຍພື້ນຖານ. ພິເສດ, ປີນີ້, ພວກຂ້າພະເຈົ້າ ໄດ້ຮັບຈົດໝາຍລະດົມໃຈ, ຈົດໝາຍຢື້ຢາມຖາມຂ່າວນັກຮົບຫຼາຍສະບັບຈາກນ້ອງໆນັກຮຽນ, ນັກສຶກສາຢູ່ທຸກແຖບຖິ່ນໃນທົ່ວປະເທດ. ຂ້າພະເຈົ້າຄິດວ່າ, ນີ້ແມ່ນຂອງຂວັນທາງດ້ານຈິດໃຈທີ່ໃຫຍ່ຫຼວງທີ່ສຸດ, ອັນໄດ້ສະແດງໃຫ້ເຫັນຄວາມຮັກແພງບ້ານເກີດເມືອງນອນ, ຮັກຫອມປະເທດຊາດຂອງພວກນ້ອງໆ”.

        ເຈິ່ນຕ໊ວນ

ຕອບກັບ

ຂ່າວ/ບົດ​ອື່ນ