ກະກຽມໃຫ້ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ
(ພາບປະກອບ: THX/TTXVN)
(vovworld) - ກອງປະຊຸມເຈົ້າໜ້າທີ່ເສດຖະກິດຂັ້ນສູງອາຊຽນ (SEOM) ຄັ້ງທີ 3 ໃນປີ 2015 ແລະ ບັນດາວາລະປະຊຸມທາບທາມຄວາມເຫັນກັບບັນດາຄູ່ເຈລະຈາຂອງອາຊຽນ ຖືກດຳເນີນໄປຢູ່ນະຄອນຫຼວງ Luala Lumpur, ປະເທດມາເລເຊຍ ໃນລະຫວ່າງວັນທີ 09 – 11/07. ກອງປະຊຸມໄດ້ສຸມໃສ່ປຶກສາຫາລືສະພາບຮ່ວມມືດ້ານເສດຖະກິດພາຍໃນກຸ່ມອາຊຽນ ແລະ ການຮ່ວມມືລະຫວ່າງອາຊຽນ ກັບບັນດາປະເທດຄູ່ຮ່ວມມື. ບັນດາເນື້ອໃນປຶກສາຫາລືພາຍໃນກຸມອາຊຽນ ລວມມີ ການປັບປຸງບັນດາມາດຕະການບຸລິມະສິດມີການທະທົບອັນໃຫຍ່ຫຼວງເຖິງການຄ້າ ແລະ ການລົງທຶນ ໃນວິວັດການກໍ່ສ້າງປະຊາຄົມເສດຖະກິດອາຊຽນ (AEC), ສ້າງວິໄສທັດອາຊຽນ ໃຫ້ໄລຍະ 2016 – 2025, ດ້ວຍຄາດໝາຍເຊື່ອມໂຍງດ້ານເສດຖະກິດຢ່າງເລິກເຊິ່ງ, ກວ້າງຂວາງກວ່າ. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນອກກອງປະຊຸມ, ທ່ານເລຂາທິການໃຫຍ່ກະຊວງການຄ້າສາກົນ ແລະ ອຸດສາຫະກຳມາເລເຊນ Rebecca Gatime Sta Maria ໃຫ້ຮູ້ວ່າ (SEOM) ຄັ້ງນີ້ໄດ້ສ້າງສຳເລັດຮ່າງແຜນການໂຄງການດຳເນີນງານອາຊຽນ ພາຍຫຼັງປີ 2015 ແລະ ກຸ່ມຮັບໜ້າທີ່ພິເສດຂັ້ນສູງກ່ຽວກັບການເຊື່ອມໂຍງ AEC ຈະປຶກສາຫາລີຢ່າງລະອຽດໃນວັນ 14/07. ໝາກຜົນຈະຍື່ນສະເໜີຕໍ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ໃນເດືອນໜ້າ.