ກະຊວງກໍ່ສ້າງ ໂອ້ລົມສົນທະນາໂດຍກົງທາງເຄືອຂ່າຍອີນເຕີເນັດ

ກະຊວງກໍ່ສ້າງ ໂອ້ລົມສົນທະນາໂດຍກົງທາງເຄືອຂ່າຍອີນເຕີເນັດ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ກໍ່ສ້າງ Trinh Dinh Dung
(ພາບ: Nhat Bac)

(vovworld) – ​ເວລາ 9 ​ໂມງ ວັນ​ທີ 5/6, ທ່ານ​ລັດຖະມົນຕີ​ກະຊວງ​ກໍ່ສ້າງ Trinh Dinh Dung ​ໄດ້​ໂອ້​ລົມ​ສົນທະນາ​ໂດຍ​ກົງຜ່ານ​ທາງ​​ເຄືອ​ຂ່າຍ ອີ​ນ​ເຕີ​ເນັດ​ກັບ ປະຊາຊົນ ຢູ່​ປະຕູ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກຂອງ​ລັດຖະບານ. ການ​ໂອ້​ລົມ​ສົນທະນາ ຈະ​ຕອບ​ສະໜອງ​ຄວາມ​ສົນໃຈ​​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ບັນດາ​ບັນຫາ​ໃນ​ຂົງ​ເຂດ​ຕ່າງໆ ທີ່​ຂຶ້ນ​ກັບ​ໜ້າ​ທີ່​ຄຸ້ມ​ຄອງ​ລັດ​ຂອງ​ກະຊວງ​ຄື: ກໍ່ສ້າງ, ສະຖາປັດຕະຍາ​ກຳ, ວາງ​ແຜນຜັງ​​ກໍ່ສ້າງ, ​ໂຄງ​ລ່າງ​ເຕັກນິກ​ເຂດ​ຕົວ​ເມືອງ, ​ເຂດ​ອຸສາ​ຫະກຳ, ​ເຂດ​ເສດຖະກິດ, ​ເຂດ​​ເຕັກ​ໂນ​ໂລ​ຢີ​ສູງ, ພັດທະນາ​ເຂດ​ຕົວ​ເມືອງ, ​ເຮືອນ​ຢູ່ ​ແລະ ສຳນັກງານ, ດຳ​ເນີນ​ທຸລະ​ກິດອະສັງ​ຫະລິດ​ມະ​ຊັບ, ວັດ​ສະ​ດຸ​ກໍ່ສ້າງ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ ​ເພື່ອ​ແນ​ໃສ່​ປະຕິບັດ​ການ​ຊີ້​ນຳ​ຂອງ​ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ກ່ຽວ​ກັບ​ເລື່ອງ​ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນ ​ເພີ່​ມທະວີ​ການ​ພົວພັນ​ແລກປ່ຽນ​, ​ໂອ້​ລົມ​ສົນທະນາ​ທາງ​ເຄືອ​ຂ່າຍ ອີນ​ເຕີ​ເນັດ ກັບ​ປະຊາຊົນ, ປະກອບສ່ວນ​ກຳນົດ​ທິດ​ໃຫ້ຫາ​ງສຽງ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ​້ອ​ມ ​ໃນ​ການ​ປະຕິບັດ ບັນດາ​​ແຜນນະ​ໂຍບາຍ, ນະ​ໂຍບາຍ, ກົດໝາຍ​ຂອງ​ພັກ, ລັດ.

ກ່ຽວ​ຂ້ອງ​ເຖິງສະພາບ​ການຮົ່ວ​ໄຫຼ​​,​ ຟຸມ​ເຟຶອຍ​ໃນ​ການ​ລົງທຶນ​ກໍ່ສ້າງ, ຕາມ​ຫາງ​ສຽງ​ແລ້ວ, ​ມີ​ຫຼາຍ​ປີ​ໄດ້​ຂຶ້ນ​ເຖິງ 10 – 20%, ຊ້ຳ​ບໍ່​ໜຳ​ຍັງ​​ຫຼາຍ​ກ່ວາ​ອີກ, ທ່ານ​ລັດຖະມົນຕີ Trinh Dinh Dung  ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ທົ່ວ​ປະ​ເທດມີກິດຈະກຳ​ກໍ່ສ້າງ ​​ກ່ວາ 50.000 ​ແຫ່ງ ແລະ ປະຈຸ​ບັນ​ຍັງບໍ່​ທັນ​ມີ​ການ​ຕີ​ລາຄາ​ສັງ​ລວມ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ​ລັດຖະມົນຕີ​ກໍ ຮັບ​ຮູ້​ຄວາມ​ຈິງ​ນີ້ ​ແລະ ຖື​ວ່າ ກ່ອນ​ອືນໝົດ​ຕ້ອງ​ສ້າງ​ສຳ​ເລັດ​ລະບົບ​ກົດໝາຍ​ທີ່​ກ່ຽວຂ້ອງ, ​ເພີ່​ມທະວີ​ຄວາມ​ຮັບຜິ​ດຊອບ​ຂອງ​ບັນດາ​ອົງການ​ຄຸມ​ຄອງ​ລັດ, ພິ​ເສດ​ແມ່ນ ບັນດາ​ກິດຈະກຳ​ທີ່​ນຳ​ໃຊ້​ແຫຼ່ງທຶນ​ຈາກ​ງົບປະມານ​ແຫ່ງ​ລັດ. ທ່ານ​ກ່າວ​ວ່າ:

“ປະຈຸ​ບັນ, ບັນຫາຮົ່ວ​ໄຫຼ​ໃນ​ການ​ລົງທຶນ​ກໍ່ສ້າງ​ແມ່ນ​ບັນຫາ​ທີ່​ເຄັ່ງຮ້ອນທີ່​ສຸດ ​ແລະ ພວກ​ເຮົາ​ຄວນ​ມີ​ມາ​ດຕະການ​ເພື່ອ​ແກ້​ໄຂ. ກະຊວງ​ກໍ່ສ້າງ​ພວມ​ຮຽບຮຽງ ຂໍ້​ຕົກລົງອອກ​ໜັງສືອະນຸຍາດ ​ແລະ ຂໍ້​ຕົກລົງກ່ຽວ​ກັບ​ການຄຸ້ມ​ຄອງ​ຄຸນ​ນະພາ​ບກິດຈະກຳ​ກໍ່ສ້າງ. ​ໃນ​ນັ້ນ​ຮຽກຮ້ອງ​ໃຫ້​ບັນດາ​ອົງການ​ຄຸ້ມ​ຄອງ​ລັດສະ​ເພາະ​ກິດ ຕ້ອງ​ເຂົ້າ​ຮ່ວມ​ການ ກວດກາ​ຢັ້ງຢືນກ່ຽວ​ກັບ​ການ​ອອກ​​ແບບ ​ແລະ ຄ່າໃຊ້​ຈ່າຍ, ຊ້ຳ​ບໍ່​ໜຳ​ຕ້ອງ​ກວດກາ​ທຸກໆ​ໂຄງການ, ​ແທນ​ທີ່​ປະຈຸ​ບັນ​ກົດໝາຍ​ຂອງ​ພວກ​ເຮົາ​ພັດມອບ​ສິດ​ໃຫ້​ແກ່​ເຈົ້າ​ຂອງ​ລົງທຶນ. ທີ່ 2 ​ແມ່ນ​ເພີ່ມ​ທະວີການ​ຄຸມ​ຄອງ​ລັດ ກ່ຽວ​ກັບ​ການ​ລົງທຶນ​ກໍ່ສ້າງ, ​ເພີ່​ມທະວີ​ການ​ກວດກາ​ກ່ອນ ​ແລະ ຫຼັງ, ​ເພີ່​ມທະວີ​ຄວາມ​ຮັບຜິດຊອບ​ຂອງ​ອົງການ​ຄຸ້ມ​ຄອງ​ລັດ​ແຕ່​ຂັ້ນ​ສູນ​ກາງ​ຕະຫຼອດ​ຮອດ​ຂັ້ນ​ທ້ອງ​ຖີ່​ນ ”

ກະຊວງກໍ່ສ້າງ ໂອ້ລົມສົນທະນາໂດຍກົງທາງເຄືອຂ່າຍອີນເຕີເນັດ - ảnh 2

ເຮືອນຢູ່ໃຫ້ແກ່ຜູ້ມີລາຍຮັບຕ່ຳ

ຫຼາຍ​ບັນຫາ​ອື່ນ​ທີ່​​ປະຊາຊົນ​ມີ​ຄວາມສົນ​ໃຈ​ຄື: ໝາກຜົນ​ການ​ກວດກາ​ກ່ຽວ​ກັບ​ລາຄາ ​ແລະ ຄຸນ​ນະພາ​ບກິດຈະກຳ​​ເຮືອ​ນຢູ່​ສຳລັບ​ຜູ້​ມີ​ລາຍ​ຮັບ​ຕ່ຳ, ການ​​ເຄື່ອນ​ເໜງ​ລາຄາ​ວັດ​ສະ​ດຸ​ກໍ່ສ້າງ​ປະຈຸ​ບັນ.​..​ ທ່ານ​ລັດຖະມົນຕີ Trinh Dinh Dung ​ໄດ້ຮັບ​ເອົາ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ປະຊາຊົນ, ຢືນຢັນ​ຈະ​ຄຸ້ມ​ຄອງ ​ແລະ ກວ​ດກາ​ຢ່າງ​ແໜ້ນ​ແຟ້ນ, ຢືດໝັ້ນການ​ແກ້​ໄຂ​ບັນດາ​ການລະ​ເມີດ ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ຂົງ​ເຂດ​ກໍ່ສ້າງ​ຄືນ​ໃໝ່.

ຂ່າວ/ບົດ​ອື່ນ