ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ​ຢັ້ງ​ຢືນ​ວ່າ​ບໍ່​ມີ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ແຜນ​ການ​ພົບ​ປະ​ສຸດຍອດ​ລະ​ຫວ່າງ ຈີນ - ອ​າ​ເມ​ລິ​ກາ

(VOVWORLD) -  ທ່ານ ເກີ໊ງສ໋ວາງ ໃຫ້ຮູ້ວ່າ “ປັດຈຸບັນຍັງບໍ່ມີຂໍ້ມູນຂ່າວສານໃດໆ” ກ່ຽວກັບການພົບປະສຸດຍອດລະຫວ່າງ ທ່ານ ສີຈີ້ນຜິງ ປະທານປະເທດ ຈີນ ກັບ ທ່ານ Donald Trump ປະທານາທິບໍດີ ອາເມລິກາເພື່ອຫຼີກລ້ຽງສົງຄາມການຄ້າ.
ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ​ຢັ້ງ​ຢືນ​ວ່າ​ບໍ່​ມີ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ແຜນ​ການ​ພົບ​ປະ​ສຸດຍອດ​ລະ​ຫວ່າງ ຈີນ - ອ​າ​ເມ​ລິ​ກາ - ảnh 1ທ່ານໂຄສົກກະຊວງການຕ່າງປະເທດຈີນ ເກີ໊ງສ໋ວາງ (ພາບ: AP) 

ໃນສະພາບຄວາມເຄັ່ງຕຶງທາງການຄ້າລະຫວ່າງສອງປະເທດພວມປີນຂັ້ນໄດ, ໃນວັນທີ 14 ພຶດສະພາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ກ່າວປາໄສຕໍ່ວົງການສື່ມວນຊົນໂດຍ ໃຫ້ຮູ້ວ່າ ທ່ານຫວັງວ່າໄດ້ພົບປະກັບປະທານປະເທດ ຈີນ ແລະ ປະທານາທິບໍດີ ລັດເຊຍ ໃນເດືອນ ມິຖຸນາ ຈະມາເຖິງເນື່ອງໃນໂອກາດກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົນເດັ່ນຂຶ້ນໃຫຍ່ທີ່ສຸດຂອງໂລກ (G20) ຢູ່ ຍີ່ປຸ່ນ.

ແລະກໍ່ໃນວັນດຽວກັນ, ໃນກອງປະຊຸມຖະແຫຼງຂ່າວນັດສາມັນຢູ່ ປັກກິ່ງ, ທ່ານໂຄສົກກະຊວງການຕ່າງປະເທດຈີນ ເກີ໊ງສ໋ວາງ ໃຫ້ຮູ້ວ່າ ການນຳສອງທ່ານ ຍັງຮັກສາການຕິດຕໍ່ພົວພັນຜ່ານຫຼາຍຮູບການທີ່ແຕກຕ່າງກັນ. ເຖິງຢ່າງໃດກໍ່ຕາມ, ເມື່ອຖືກຖາມວ່າ ຈີນ ມີການກະກຽມຫຍັງແດ່ ໃຫ້ແກ່ການພົບປະສຸດຍອດກັບປະທານາທິບໍດີ ອາເມລິກາ ຫຼືບໍ່? ທ່ານ ເກີ໊ງສ໋ວາງ ໃຫ້ຮູ້ວ່າ “ປັດຈຸບັນຍັງບໍ່ມີຂໍ້ມູນຂ່າວສານໃດໆ” ກ່ຽວກັບການພົບປະສຸດຍອດລະຫວ່າງ ທ່ານ ສີຈີ້ນຜິງ ປະທານປະເທດ ຈີນ ກັບ ທ່ານ Donald Trump ປະທານາທິບໍດີ ອາເມລິກາເພື່ອຫຼີກລ້ຽງສົງຄາມການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ