ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ປະ​ກາດ​ເນ​ລະ​ເທດ​ພະ​ນັກງານ​ການ​ທູດ ອາ​ເມ​ລິ​ກາ

(VOVWORLD) -ວັນທີ 23 ມີນາ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ມອບເອກະສານການທູດລວມມີ ບັນຊີລາຍຊື່ພະນັກງານການທູດຖືກເນລະເທດ ໃຫ້ແກ່ສະຖານທູດ ອາເມລິກາ ປະຈຳມົດສະກູ

ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ປະ​ກາດ​ເນ​ລະ​ເທດ​ພະ​ນັກງານ​ການ​ທູດ ອາ​ເມ​ລິ​ກາ - ảnh 1ກະຊວງການຕ່າງປະເທດ ລັດເຊຍ (ພາບ: TASS)

ໃນເວັບໄຊຂອງກະຊວງການຕ່າງປະເທດ ລັດເຊຍ ໄດ້ປະກາດວ່າ, ນັກການທູດຂັ້ນສູງຜູ້ໜຶ່ງຂອງ ກະຊວງການຕ່າງປະເທດ ອາເມລິກາ ປະຈຳ ມົດສະກູ ໂດຍແມ່ນຜູ້ທີ່ໄດ້ຮຽກຕົວໄປຍັງກະຊວງການຕ່າງປະເທດ, ໄດ້ຮັບເອກະສານການທູດລວມມີບັນຊີລາຍຊື່ບັນດາພະນັກງານການທູດ ອາເມລິກາຖືກເນລະເທດ. ການກະທຳດັ່ງກ່າວຂອງລັດເຊຍເພື່ອແນໃສ່ໂຕ້ຕອບເລື່ອງຫວໍໍຊິງຕັນ ເນລະເທດພະນັກງານການທູດອອກຈາກຄະນະຜູ້ຕາງໜ້າລັດເຊຍ ປະຈຳ ສປຊ ຢູ່ ນິວຢອກ, ກໍ່ຄືພະນັກງານຊາວລັດເຊຍຜູ້ໜຶ່ງ ຂອງ ຄະນະເລຂາທິການສປຊ.

ຝ່າຍ ອາເມລິກາ ກໍ່ຖະແຫຼງຢ່າງແຂງກະດ້າງວ່າ, ບໍ່ວ່າການກະທຳທີ່ເປັນປໍລະປັກໃດຂອງ ອາເມລິກາ ໃສ່ ລັດເຊຍນັ້ນ ລ້ວນແຕ່ໄດ້ຮັບການໂຕ້ຕອບຢ່າງຂຽວຂາດ ແລະ ສົມຄວນ.

ຕອບກັບ

ຂ່າວ/ບົດ​ອື່ນ