ກະຊວງການຕ່າງປະເທດປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ

ກະຊວງການຕ່າງປະເທດປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 1
(ພາບປະກອບ)
(vovworld) – ຕອນ​ເຊົ້າ​ວັນ​ທີ 15/3, ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຈັດ​ກອງ​ປະຊຸມ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນປີ 1992 ​ສະບັບ​ປັບປຸງ. ບັນດາ​ຜູ້​ແທນ​ໄດ້​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ສິດທິ​ມະນຸດ, ການ​ປົກ​ປ້ອງ​ພົນລະ​ເມືອງ, ບັນຫາ​ຊາວ​ຫວຽດນາມ​ ຢູ່​ຕ່າງປະ​ເທດ… ​ໃນຮ່າງ​ລັດຖະທຳ​ມະນູນປີ 1992 ​ສະບັບ​ປັບປຸງ. ບັນດາ​ຄຳ​ເຫັນ​ລ້ວນ​ແຕ່​ເຫັນ​ດີ​ເປັນ​ເອກະ​ພາບ​ໂດຍ​ຖື​ວ່າ, ຮ່າງ​ລັດຖະທຳ​ມະນູນປີ 1992 ​ສະບັບ​ປັບປຸງ ມີ​ຄວາມ​ກ້າວໜ້າ​ນັບ​ທັງ​​ດ້ານ​ເນື້ອ​ໃນ​ກໍ່​ຄື​ເຕັກນິກ​ສ້າງ​ລັດຖະທຳ​ມະນູນ ​ເມື່ອ​ທຽບ​ໃສ່​ລັດຖະທຳ​ມະນູນ​ສະບັບ​ກ່ອນໆ. ພິ​ເສດ​ຮ່າງ​ລັດຖະທຳ​ມະນູນ​ໄດ້​ມີ​ຫຼາຍ​ຈຸດ​ໃໝ່​ທີ່​ສຳຄັນ​ຄື: ຮັບ​ຮູ້​ຫຼັກການ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ ຕິດ​ພັນ​ກັບ​ຄວາມ​ນັບຖື​ລັດຖະທຳ​ມະນູນ, ຫຼັກການ​ກ່ຽວ​ກັບ​ອົງການ​ອຳນາດ​ຂອງ​ລັດ, ດ້ວຍ​ການ​ແບ່ງ​ງານ, ການ​ສົມທົບ ​ແລະ ການກວດກາ​ລະຫວ່າງ​ບັນດາ​ອົງການ​ຂອງ​ລັດ​ໃນ​ການ​ປະຕິບັດ​ອຳນາດ​ນິຕິ​ບັນຍັດ, ອຳນາດ​ບໍລິຫານ ​ແລະ ອຳນາດ​ຕຸລາການ, ບັນດາ​ຫຼັກການ​ເຄົາລົບ​ນັບຖື, ຮັບປະກັນ​ສິດທິ​ມະນຸດ, ສິດ​ຂອງ​ພົນລະ​ເມືອງ. ​ໄລ່​ມາ​ຮອດ​ປະຈຸ​ບັນ​ໄດ້​ມີ 28 ຫົວໜ່ວຍ​ສັງກັດ​ກະຊວງ ​ແລະ ​ເກືອບ 70 ອົງການ​ຕາງໜ້າ​ຫວຽດນາມ​ ຢູ່​ຕ່າງປະ​ເທດ ​​ໄດ້ປະຕິບັດ​ສຳ​ເລັດ​ການ​ຮັບ​ເອົາ​ຄຳ​ເຫັນ​ທີ່​ປະກອບ​ໃສ່ຮ່າງ​ລັດຖະທຳ​ມະນູນປີ 1992 ​ສະບັບ​ປັບປຸງ​ແລ້ວ. ບັນດາ​ຄຳ​ເຫັນ​ສ່ວນ​ຫຼາຍ​ແມ່ນ​ມີ​ລັກສະນະ​ສ້າງສັນ ​ແລະ ສະ​ແດງ​​ໃຫ້​ເຫັນຈິດ​ໃຈຮັບຜິດຊອບ​ສູງ.
ຂ່າວ/ບົດ​ອື່ນ