ກະຊວງການຕ່າງປະເທດຫວຽດນາມພົບປະກັບອົງການສື່ມວນຊົນເນື່ອງໃນໂອກາດບຸນເຕັດປີ 2020

(VOVWORLD) -ວັນທີ 14 ມັງກອນ ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ໄດ້ເປັນເຈົ້າພາບພິທີຕ້ອນຮັບບັນດາອົງການສື່ມວນຊົນເນື່ອງໃນໂອກາດບຸນເຕັດປີ 2020. 
ກະຊວງການຕ່າງປະເທດຫວຽດນາມພົບປະກັບອົງການສື່ມວນຊົນເນື່ອງໃນໂອກາດບຸນເຕັດປີ 2020  - ảnh 1ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງກ່າວຄຳເຫັນທີ່ການພົບປະ (ພາບ: TTXVN) 

ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ປີ 2020 ດ້ວຍບົດບາດແມ່ນປະກອບສ່ວນໃຫ້ທົ່ວໂລກ ແລະພາກພື້ນ ກ່ຽວກັບການເຄື່ອນໄຫວການຕ່າງປະເທດ, ບັນດາອົງການສື່ມວນຊົນ ມີຄວາມຮັບຜິດຊອບ ນຳຫວຽດນາມ ອອກສູ່ໂລກ ແລະ ນຳໂລກເຂົ້າຫວຽດນາມ. ປີ 2020 ຈະຈັດຕັ້ງການເຄື່ອນໄຫວຫລາຍຢ່າງຂອງ ອາຊຽນ ຢູ່ ຫວຽດນາມ  ນຳເອົາບັນດາຮູບພາບຂອງບັນດາປະເທດ ມາແນະນຳຢູ່ຫວຽດນາມ ແລະ ເມື່ອຮັບຕຳແຫນ່ງ ກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສປຊ ກໍ່ແມ່ນເລື່ອງນຳຫວຽດນາມອອກສູ່ໂລກ.

ເນື່ອງໃນໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ໄດ້ມອບ ໃບຍ້ອງຍໍຂອງທ່ານນາຍົກລັດຖະມົນຕີ,  ກະຊວງການຕ່າງປະເທດ ໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນ ຍ້ອນມີຜົນງານດີເດັ່ນ, ປະກອບສ່ວນຕັ້ງຫນ້າໃຫ້ແກ່ຜົນສຳເລັດຂອງປີສາມັກຄີມິດຕະພາບຫວຽດນາມ - ລາວ ແລະ ປີມິດຕະພາບ ຫວຽດນາມ - ກຳປູເຈຍ, ກອງປະຊຸມສຸດຍອດ ສປປ ເກົາຫລີ -ອາເມລິກາ ຄັ້ງທີ 2.

ຕອບກັບ

ຂ່າວ/ບົດ​ອື່ນ