ກະຊວງການຕ່າງປະເທດຫວຽດນາມອວຍພອນບຸນປີໃໝ່ຂອງລາວ

ກະຊວງການຕ່າງປະເທດຫວຽດນາມອວຍພອນບຸນປີໃໝ່ຂອງລາວ - ảnh 1
(ພາບ​ປະ​ກອບ: VOA)

(vovworld) –  ວັນ​ທີ 8/4, ​ເນື່ອງ​​ໃນ​ໂອກາດ​ບຸນປີ​ໃໝ່ ຂອງ​ລາວ, ທ່ານ ດັ່ງ​ດິ່ງ​ກູ໋ຍ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ກະຊວງ​ການ​ຕ່າງປະ​ເທດ ​ໄປ​ຢ້ຽມຢາມ, ອວຍພອນ​ປີ​ໃໝ່​ສະຖານທູດ ລາວ ປະຈຳ ຫວຽດນາມ. ນະ​ທີ່​ນີ້, ທ່ານດັ່ງ​ດິ່ງ​ກູ໋ຍ ຢັ້ງຢືນ​ວ່າ: ຫວຽດນາມ ສືບ​ຕໍ່​ຮັກສາ ​ແລະ ​ເສ​ີມຂະຫຍາຍ​ມູນ​ເຊື້ອ​ສາມັກ​ຄີ​ມິດຕະພາບ​ແບບ​ພິ​ເສດ, ​ປາດ​ຖະໜາ​ຢາກ​ໃຫ້ 2 ຝ່າຍ​ເພີ່ມ​ທະວີການ​ຮ່ວມ​ມື​ທີ່ມີ​ປະສິດທິ​ຜົນ, ​ແທດ​ຈິງ, ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ.

        ສ່ວນທ່ານ​ ທອງ​ສະຫວັນ ພົມວິຫານ, ​ເອກ​ອັກຄະ​ລັດຖະທູດ ລາວ ປະຈຳ ຫວຽດນາມ ຫວັງ​ວ່າ: ການ​ພົວພັນຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ຈະສືບຕໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ​ຢ່າງ​ເລິກ​ເຊິ່ງ ​ແລະ ກ້ວາງ​ຂວາງ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດອັນ​ແທ​ດຈິງ​ໃຫ້​ແກ່​ປະຊາຊົນ 2 ປະ​ເທດ.

 


ຂ່າວ/ບົດ​ອື່ນ