ກະຊວງຊັບພະຍາກອນສິ່ງແວດລ້ອມ ສົນທະນາກັບປະຊາຊົນຜ່ານເຄືອຂ່າຍ ອິນເຕີເນັດ
ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ Nguyen Minh Quang
(ພາບ: monre.gov.vn)
(vovworld) - ວັນທີ 6/4, ທີ່ປະຕູຖານຂໍ້ມູນລັດຖະບານ, ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ Nguyen Minh Quang ພ້ອມກັບບັນດາການນຳກົມຕ່າງໆ ສັງກັດກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ມີການໂອ້ລົມສົນທະນາກັບປະຊາຊົນ. ການໂອ້ລົມສົນທະນາໄດ້ສຸມໃສ່ບາງບັນຫາຕົ້ນຕໍ່ຄື: ທີ່ດິນ, ແຮ່ທາດ ແລະ ການປ່ຽນແປງຂອງດິນຟ້າອາກາດ. ເນື້ອໃນໄດ້ຮັບຄວາມສົນໃຈຫຼາຍສຸດຈາກປະຊາຊົນນັ້ນແມ່ນ ວຽກງານຄຸ້ມຄອງ ແລະ ວາງແຜນກຳນົດໃຊ້ທີ່ດິນ, ພິເສດແມ່ນດິນກະສິກຳ. ຕາມທ່ານລັດຖະມົນຕີ Nguyen Minh Quang ແລ້ວ, ໃນໄລຍະຈະມາເຖິງ, ຫວຽດນາມ ຄວນປະຕິບັດວຽກງານຈັດແບ່ງເນື້ອທີ່ດິນ, ພ້ອມທັງເອົາໃຈໃສ່ລັກສະນະຮ່ວມສຳພັນລະຫວ່າງເຂດຕ່າງໆ ຈາກນັ້ນຈະມີແຜນກຳນົດທີ່ດິນເພື່ອນຳໃຊ້ຢ່າງເໝາະສົມ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງຊັບພະຍາກອນ - ສິ່ງແວດລ້ອມ Bui Cach Tuyen ຊີ້ແຈງວ່າ:
“ການເຄື່ອນໄຫວຢູ່ບັນດາເຂດອຸດສາຫະກຳຈະໄດ້ຮັບການຕິດຕາມກວດກາດ້ວຍເຄື່ອງ Camera. ຖ້າຫາກເຂດອຸດສາຫະກຳທຸກແຫ່ງລ້ວນແຕ່ເຮັດໄດ້ສິ່ງດັ່ງກ່າວນັ້ນ ສະພາບການກໍມົນລະພິດສິ່ງແວດລ້ອມໂດຍເຈດຕະນາຈະຫຼຸດລົງຫຼາຍ. ໃນໄລຍະຈະມາເຖິງ, ພວກເຮົາຈະຕິດຕັ້ງລະບົບຕິດຕາມກວດກາແບບອັດຕະໂນມັດ. ແລະກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມກໍຈະຕັ້ງໜ້າໃນການສົມທົບກັບທ້ອງຖິ່ນຕ່າງໆ ເພື່ອຕິດຕາມກວດກາ ແລະ ປັບໄໝບັນດາເຂດອຸດສາຫະກຳທີ່ກໍມົນລະພິດ ແລະ ສົ່ງຜົນສະທ້ອນເຖິງຊີວິດການເປັນຢູ່ຂອງປະຊາຊົນ”
ການໂອ້ລົມສົນທະນາຂອງບັນດາສະມາຊິກລັດຖະບານແມ່ນການເຄື່ອນໄຫວ ເພື່ອປະຕິບັດຕາມການຊີ້ນຳຂອງທ່ານນາຍົກລັດຖະມົນຕີ Nguyen Tan Dung ທີ່ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖີ່ນຕ່າງໆ ເພີ່ມທະວີການພົວພັນແລກປ່ຽນ, ໂອ້ລົມສົນທະນາຜ່ານປະຕູຖານຂໍ້ມູນລັດຖະບານ ປະກອບສ່ວນ ກຳນົດທິດຫາງສຽງ, ສ້າງຄວາມເຫັນດີເຫັນພ້ອມໃນການປະຕິບັດບັນດາແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ.