ກະຊວງຕຳຫລວດຫວຽດນາມເຮັດວຽກກັບກະຊວງປ້ອງກັນຄວາມສະຫງົບລາວ

ກະຊວງຕຳຫລວດຫວຽດນາມເຮັດວຽກກັບກະຊວງປ້ອງກັນຄວາມສະຫງົບລາວ - ảnh 1
ພົນ​ເອກ ​ເຈີ​ນດ້າຍ​ກວາງຕ້ອນຮັບດຣ ທອງ​ບັນ ​ແສງ​ອາພອນ
ພາບ:cand.com.vn


(vovworld)-ຕອນ​ບ່າຍ​ວັນ​ທີ 27/12, ຢູ່​ສຳນັກງານ​ກະຊວງ​ຕຳຫລວດ​ຫວຽດນາມ, ພົນ​ເອກ ​ເຈີ​ນດ້າຍ​ກວາງ,​ ກຳມະການ​ກົມ​ການ​ເມືອງ, ລັດຖະມົນ​ຕີ​ກະຊວງ​ຕຳຫລວດ​ຫວຽດນາມ ​ເປັນ​ປະທານ​ພິທີ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ ​ໂດຍ ດຣ ທອງ​ບັນ ​ແສງ​ອາພອນ, ​ເລຂາ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ ນຳ​ຫນ້າ ມາ​ຢ້ຽມຢາມ ​ແລະ​ເຮັດ​ວຽກ​ກັບ​ກະຊວງ​ຕຳຫລວດ​ຫວຽດນາມ. ທີ່​ການ​ເຈລະຈາ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ໂລກ, ພາກ​ພື້ນ ​ແລະ ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ເປັນ​ເອກະ​ພາບ​ຕີ​ລາຄາວ່າ: ປີ 2013 ກະຊວງ​ຕຳຫລວດ​ຫວຽດນາມ ​ແລະ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ ​ໄດ້​ຕັ້ງຫນ້າ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ,​ມີ​ປະສິດທິ​ຜົນ​ໃນ​ວຽກ​ງານ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ, ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທົ່ວ​ສັງຄົມ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ສາມັກຄີ​ມິດຕະພາບ​ລະຫວ່າງ​ຫວຽດນາມ ​ແລະ ລາວ. ​ໃນ​ໄລຍະ​ຈະ​ມາ​ເຖິງ,​ ສອງ​ກະຊວງ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ຮອບດ້ານ, ​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ, ປະກອບສ່ວນ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ແຕ່ລະ​ປະ​ເທດ ​ແລະ ຊຸກຍູ້​ການ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ. ພາຍຫລັງ​ການ​ເຈລະຈາ, ທ່ານ​ລັດຖະມົນຕີ ​ເຈີ​ນດ້າຍກວາງ ​ຕາງຫນ້າ​ໃຫ້​ກະຊວງ​ຕຳຫລວດ​ຫວຽດນາມ ​ແລະ ທ່ານ ທອງ​ບັນ ​ແສງ​ອາພອນ ຕາງຫນ້າ​ໃຫ້​ກະຊວງ​ປ້ອງ​ກັນ​ຄວາ​ມສະຫງົບ​ລາວ ລົງ​ນາມ​ໃນ​ແຜນການ​ຮ່ວມ​ມື​ປີ 2014 ລະຫວ່າງ​ສອງ​ກະຊວງ.

ຂ່າວ/ບົດ​ອື່ນ