ທ່ານ ກົວເຊິງຄວັນ ແລະ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ
(ພາບ: TTXVN)
|
(vovworld) – ທີ່ການຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດ ຈີນ ໂດຍທ່ານລັດຖະມົນຕີວ່າການກະຊວງຕຳຫຼວດ ກົວເຊິງຄວັນ ນຳໜ້າ, ຕອນບ່າຍວັນທີ 16/4, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຕີລາຄາສູງຄວາມສຳຄັນຂອງການຮ່ວມມືລະຫວ່າງກະຊວງຕຳຫຼວດ 2 ປະເທດ, ເພື່ອຄວາມສະຫງົບແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາໃນພາກພື້ນ ແລະ ໃນໂລກ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ: ໃນໄລຍະຈະມາເຖິງ, 2 ຝ່າຍຄວນເພີ່ມທະວີບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນຢ່າງເລິກເຊິ່ງກ່ວາອີກ, ສືບຕໍ່ຮ່ວມມືໃນຂົງເຂດປ້ອງກັນ,ຕ້ານອາດຊະຍາກຳ, ພິເສດແມ່ນອາດຊະຍາກຳຂ້າມຊາດ, ອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ, ຄວາມໝັ້ນຄົງທາງເຄືອຂ່າຍ ອີນເຕີເນັດ…
ທ່ານລັດຖະມົນຕີວ່າການກະຊວງຕຳຫຼວດ ຈີນ ກົວເຊິງຄວັນ ຢັ້ງຢືນວ່າ: ຄວາມຮັບຮູ້ລວມລະຫວ່າງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ໃນການຢ້ຽມຢາມຜ່ານມາ, ຈະແມ່ນການກຳນົດທິດໃຫຍ່ເພື່ອໃຫ້ກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງຕຳຫຼວດ ຈີນ ຜັນຂະຫຍາຍການຮ່ວມມືໃນທຸກດ້ານ, ປະກອບສ່ວນຮັກສາສະຖຽນລະພາບທາງການເມືອງ, ສັງຄົມ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງແຕ່ລະປະເທດ, ແລະ ພາລະກິດສ້າງສາລັດທິສັງຄົມນິຄົມຢູ່ແຕ່ລະປະເທດ.
ຫວູຢູຍ