ກະຊວງຖະແຫຼງຂ່າວແລະສື່ສານຈັດກອງປະຊຸມໃຫຍ່ແຂ່ງຂັນຮັກຊາດ
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດ
(ພາບ: baochinhphu.vn)
(vovworld) - ໄລຍະ 2011 – 2015, ຂະບວນການແຂ່ງຂັນ, ແຮງງານເກັ່ງຕິດພັນກັບການຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ ເຊິ່ງໄດ້ຮັບາການຕອຍສະໜອງຢ່າງຕັ້ງໜ້າ, ກວ້າງແຂວາງຈາກກະຊວງຖະແຫຼງຂ່າວ ແລະ ສື່ສານ. ເຂົ້າຮ່ວມ ແລະ ກ່າວປາໄສທີ່ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂອງຂະແໜງ ເຊິ່ງດຳເນີນໄປໃນວັນທີ 24/07, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງບັນດາໜ້າທີ່ຕ້ອງສຸມໃສ່ປະຕິບັດໃນໄລຍະຈະມາເຖິງ.
“ສືບຕໍ່ໂຄສະນາ, ຊາບຊຶມແນວຄິດແຂ່ງຂັນຮັກຊາດຂອງປະທານໂຮ່ຈິມິນ, ຄຳສັ່ງຂອງກົມການເມືອງ ກ່ຽວກັບການສືບຕໍ່ປ່ຽນໃມ່ວຽກງານແຂ່ງຂັນ, ຍ້ອງຍໍ, ຍົກສູງຄວາມຮັບຮູ້ກ່ຽວກັບບົດບາດສຳຄັນຂອງວຽກງານແຂ່ງຂັນຍ້ອງຍໍ ເພື່ອແນໃສ່ເສີມຂະຫຍາຍລັກສະນະຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງຂອງໝູ່ຄະນະ, ສ່ວນບຸກຄົນ. ນອກຈາກນັ້ນ, ຈັດຕັ້ງບັນດາຂະບວນການແຂ່ງຂັນ ຕ້ອງຕິດພັນກັບໜ້າທີ່ການເມືອງ, ວຽກງານວິຊາສະເພາະ. ວຽກງານແຂ່ງຂັນຕ້ອງແທດຈິງ, ມີປະສິດທິຜົນ ຕິດພັນກັບມາດຕະຖານພັດທະນາຂອງແຕ່ລະອົງການ, ຫົວໜ່ວຍຂັ້ນຮາກຖານ”.
ປຸກລະດົມຂະບວນການແຂ່ງຂັນຮັກຊາດໃນໄລຍະ 2016 – 2020, ກະຊວງຖະແຫຼງຂ່າວແລະສື່ສານ ສຸມໃສ່ບັນລຸລະດັບເຕີບໂຕດ້ານໂທລະຄົມມະນາຄົມ, ພັດທະນາອຸດສາຫະກຳເຕັກໂນໂລຊີຂໍ້ມູນຂ່າວສານຂະແໜງເສດຖະກິດ - ເຕັກນິກຕົ້ນຕໍ່, ສູ້ຊົນຮອດປີ 2020, ຫວຽດນາມ ນອນໃນກຸ່ມ 1/3 ປະເທດທີ່ນຳໜ້າໃນຕາຕະລາງຈັດອັນດັບຂອງສະຫະປະຊາຊາດກ່ຽວກັບລະດັບພ້ອມແລ້ວຂອງລັດຖະບານເອເລກໂຕນິກ.