ກະຊວງປ້ອງກັນປະເທດຈັດກອງປະຊຸມຄະນະຊີ້ນຳ,ຄະນະຈັດຕັ້ງລາງວັນAARM-24,ກອງປະຊຸມACAMM-15ແລະASMAM-4

ກະຊວງປ້ອງກັນປະເທດຈັດກອງປະຊຸມຄະນະຊີ້ນຳ,ຄະນະຈັດຕັ້ງລາງວັນAARM-24,ກອງປະຊຸມACAMM-15ແລະASMAM-4 - ảnh 1
ພົນ​ໂທ ໂດ໋​ບ໋າ​ຕິ

(vovworld) – ວັນ​ທີ 13/10, ທີ່​ສູນ​ຝຶກ​ອົບ​ຮົມ​ແຫ່ງ​ຊາດ ມ໋ຽວ​ມົນ (ຮ່າ​ໂນ້ຍ), ພົນ​ໂທ ໂດ໋​ບ໋າ​ຕິ, ກຳ​ມະ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນ​ ຫວຽດ​ນາມ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ, ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ຊີ້​ນຳ, ຄະ​ນະ​ຈັດ​ຕັ້ງ​ການ​ແຂ່ງ​ຂັນ​ຍິງ​ປືນກອງ​ທັບ​ບັນ​ດາ​ປະ​ເທດ ອາ​ຊ​ຽນ ຄັ້ງ​ທີ 24 (AARM-24), ກອງ​ປະ​ຊຸມ​ເສ​ນາ​ທິ​ການ​ທະ​ຫານ​ບົກ - 15 (ACAMM -15), ກອງ​ປະ​ຊຸມນາຍ​ສິບ​ທະ​ຫານ ອາ​ຊຽນ 4 (ASMAM -4) ປີ 2014. ທີ່ກອງ​ປະ​ຊຸມ, ພົນ​ໂທ ໂດ໋​ບ໋າ​ຕິ ເນັ້ນ​ໜັກ​ວ່າ: ການ​ແຂ່ງ​ຂັນ AARM-24, ກອງ​ປະ​ຊຸມ ACAMM -15 ແລະ ກອງ​ປະ​ຊຸມ ASMAM -4, ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່ ຫວຽດ​ນາມ ແມ່ນ​ເຫ​ດ​ການທີ່ມີ​ຄວາມ​ໝາຍ​ການ​ເມືອ​ງ​ສຳ​ຄັນ​ທີ່​ມີ​ຕໍ່​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ. ດັ່ງ​ນັ້ນ, ທຸກໆ​ວຽກ​ງານ​ກະ​ກຽມ​ຕ້ອງ​ລອບ​ຄອບ​ຖີ່​ຖ້ວນ, ບັນ​ດາ​ອົງ​ການ​ຫົວ​ໜ່ວຍ​ຕ້ອງ​ກຳ​ນົດ​ໜ້າ​ທີ່​ຂອງ​ຕົນ​ເປັນ​ຢ່າງ​ດີ, ກວດ​ກາ​ຄືນ​ທຸກໆ​ວຽກ​ງານ​ກະ​ກຽມ ແລະ ປະ​ຕິ​ບັດ​ສຳ​ເລັດ​ກ່ອນ​ວັນ​ທີ 20/10. ສະ​ເພາະ​ກອງ​ແຂ່ງ​ຂັນ​ຍິງ​ປືນ, ຕ້ອງ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ສູ້​ຊົນ​ບັນ​ລຸ​ໝາກ​ຜົນ​ສູງ​ສຸດ.


ຂ່າວ/ບົດ​ອື່ນ