ກະຊວງສຶກສາ ແລະ ບຳລຸງສ້າງ ຜັນຂະຫຍາຍໜ້າທີ່ສົກຮຽນ 2017-2018
(VOVWORLD) - ວັນທີ 21 ສິງຫາ, ທ່ານ ຫວູດຶກດາມ, ຮອງນາຍົກລັດຖະມົນຕີ ພ້ອມກັບການນຳກະຊວງສຶກສາ ແລະ ບຳລຸງສ້າງ ເປັນປະທານກອງປະຊຸມໂດຍກົງທາງເຄືອຂ່າຍ ອິນເຕີເນັດທົ່ວປະເທດ, ສະຫລຸບສົກຮຽນ 2016 – 2017 ແລະ ຜັນຂະຫຍາຍໜ້າທີ່ສົກຮຽນໃໝ່ 2017 -2018.
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ
(ພາບປະກອບ)
|
ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີໃຫ້ຂະແໜງສຶກສາປະຕິບັດຢ່າງແຮງ, ແທດຈິງວຽກງານສຶກສາມະນຸດ, ເປັນຕົ້ນແມ່ນການສຶກສາສາມັນ, ພິເສດແມ່ນໃນເກນອາຍຸຮຽນໃນຊັ້ນປະຖົມຢ່າງແທດຈິງ. ວຽກງານຄຸ້ມຄອງລັດ ຕ້ອງປະຕິບັດຕາມທິດປ່ຽນໃໝ່, ເສີມຂະຫຍາຍລັກສະນະມີຫົວຄິດປະດິດສ້າງ, ຍົກເລີກບັນດາຂໍ້ກຳນົດທີ່ບໍ່ເໝາະສົມກັບພຶດຕິກຳຕົວຈິງ. ດ້ວຍຫຼັກສູດສຶກສາສາມັນສັງລວມ ແລະ ຫຼັກສູດປຶ້ມຕຳລາຮຽນໃໝ່, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າ: ປ່ຽນໃໝ່ເທື່ອໜຶ່ງ ແລະ ນຳໃຊ້ໃນຫຼາຍປີ ດັ່ງນັ້ນ ຄຸນນະພາບຕ້ອງຖືເປັນສິ່ງສຳຄັນແຖວໜ້າ.