(VOVWORLD) -ໃນປີ 2021, ກະຊວງສາທາລະນະສຸກ ຫວຽດນາມ ຈັດຕັ້ງ 5 ຄະນະປະຕິບັດງານລົງໄປກວດກາ, ຕີລາຄາກ່ຽວກັບ 83 ມາດຖານທາງດ້ານຄຸນນະພາບຂອງໂຮງໝໍ ແລະ 37 ມາດຖານໂຮງໝໍປອດໄພໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ບັນດາພະຍາດອັກເສບປອດ.
ຊຸດຝຶກອົບຮົມຂອງຄະນະກວດກາ, ຕີລາຄາຄຸນນະພາບຂອງໂຮງໝໍ ແລະ ສຳຫຼວດລະດັບຄວາມເພິ່ງພໍໃຈຂອງຄົນເຈັບ, ພະນັກງານການແພດ ປີ 2020 – 2021 (ພາບ: ກະຊວງສາທາລະນະສຸກ) |
ວັນທີ 12 ມີນາ, ໃນຊຸດຝຶກອົບຮົມຂອງຄະນະກວດກາ, ຕີລາຄາຄຸນນະພາບຂອງໂຮງໝໍ ແລະ ສຳຫຼວດລະດັບຄວາມເພິ່ງພໍໃຈຂອງຄົນເຈັບ, ພະນັກງານການແພດ ປີ 2020 – 2021 ທີ່ຖືກດໍາເນີນຢູ່ ຮ່າໂນ້ຍ, ທ່ານ ເລືອງງອກເຄວ, ຮອງສາດສະດາຈານ, ປະລິນຍາເອກ, ຮອງປະທານສະພາ ແພດສາດແຫ່ງຊາດ, ຫົວໜ້າກົມຄຸ້ມຄອງການກວດ, ປິ່ນປົວພະຍາດ (ກະຊວງສາທາລະນະສຸກ) ໃຫ້ຮູ້ວ່າ, ໃນປີ 2021, ກະຊວງສາທາລະນະສຸກ ຫວຽດນາມ ຈັດຕັ້ງ 5 ຄະນະປະຕິບັດງານລົງໄປກວດກາ, ຕີລາຄາກ່ຽວກັບ 83 ມາດຖານທາງດ້ານຄຸນນະພາບຂອງໂຮງໝໍ ແລະ 37 ມາດຖານໂຮງໝໍປອດໄພໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ບັນດາພະຍາດອັກເສບປອດ.
ປັດຈຸບັນ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ປະກາດໃຊ້ຈົດໝາຍທາງການ ກຳນົດກ່ຽວກັບການພິຈາລະນາໃຫ້ລາງວັນລະດັບຊາດ ກ່ຽວກັບຄຸນນະພາບຂອງໂຮງໝໍ ເພື່ອສົ່ງເສີມໂຮງໝໍແຫ່ງຕ່າງໆຕີລາຄາຄຸນນະພາບຢ່າງແທດຈິງ ແລະ ເຂົ້າຮ່ວມການແຂ່ງຂັນໂຮງໝໍມີຄຸນນະພາບ.