(vovworld) - ວັນທີ 10/4, ກະຊວງສາທາລະນະສຸກຫວຽດນາມ ໄດ້ປະກາດໃຊ້ເອກະສານແນະນຳກ່ຽວກັບການບົ່ງມະຕິ, ປິ່ນປົວ ແລະ ຄວບຄຸມການຕິດແປດຂອງໂລກໄຂ້ຫວັດ A/H7N9 ຢູ່ຄົນ. ກະຊວງສາທາລະນະສຸກໄດ້ຢືນຢັນວ່າ: ໄວຣັດໄຂ້ຫວັດ A/H7N9 ແມ່ນປະເພດໃຫມ່, ມີຕົ້ນກຳເນີດຈາກໄວຣັດໄຂ້ຫວັດສັດປີກ ແລະ ນົກບາງປະເພດ ອາດຈະກໍ່ຄວາມຕິດແປດສູ່ຄົນເຮັດໃຫ້ຜູ້ຕິດໂລກໄຂ້ຫວັດຈະຖືກພະຍາດ ປອດອັກເສບຫນັກ ແລະ ອັດຕາສ່ວນຜູ້ເສຍຊີວິດສູງ. ສະນັ້ນ ກະຊວງສາທາລະນະສຸກໄດ້ແນະນຳການບົ່ງມະຕິ ແລະ ຮຽກຮ້ອງວ່າບັນດາກໍລະນີທີ່ຖືກສົງໃສຕິດໂລກໄຂ້ຫວັດ A/H7N9 ຕ້ອງໄດ້ຮັບການກວດພະຍາດຢູ່ໂຮງໝໍ, ແຍກຕົວ ແລະ ປະຕິບັດການວິໄຈເພື່ອບົ່ງມະຕິພະຍາດ.
ໃນຂະນະນັ້ນ, ກຳລັງສັດຕະວະແພດນະຄອນ ໂຮ່ຈີມິນ ພວມຜັນຂະຫຍາຍບັນດາມາດຕະການຢ່າງຂ້ຽວຂາດເພື່ອສະກັດກັ້ນ ແລະ ຄວບຄຸມໂລກໄຂ້ຫວັດສັດປີກ A/H5N1 ແລະ ໂລກໄຂ້ຫວັດ A/H7N9. ທ່ານ ຫງວຽນເຟືອກຈຸງ, ຮອງຜູ້ອຳນວຍການພະແນກກະສິກຳ ແລະ ພັດທະນາຊົນນະບົດ ນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:
“ຜ່ານການກວດກາພວກຂ້າພະເຈົ້າເຫັນວ່າ: ບັນດາທ້ອງຖິ່ນໄດ້ເອົາໃຈໃສ່ເຖິງວຽກງານຂົນຂວາຍໂຄສະນາກ່ຽວກັບການນຳໃຊ້ອາຫານທີ່ປອດໄພ. ພວກຂ້າພະເຈົ້າຮຽກຮ້ອງໃຫ້ທຸກທ້ອງຖິ່ນຕ້ອງປະສານສົມທົບນຳກັນຢ່າງແໜ້ນແຟ້ນເພື່ອຫລີກລ້ຽງສະພາບຂາຍສັດປີກທີ່ບໍ່ທັນໄດ້ຮັບການກວດກາໂລກລະບາດ”
ໃນວັນດຽວກັນ, ວົງການເຈົ້າຫນ້າທີ່ການແພດ ຊຽງໄຮ່ ປະເທດຈີນ ໃຫ້ຮູ້ວ່າ: ສຸຂະພາບຜູ້ຖືກຕິດໄວຣັດໄຂ້ຫວັດ A/H7N9 ຄົນທຳອິດໄດ້ກັບຄືນສູ່ສະພາບເປັນປົກກະຕິແລ້ວ ແລະ ໄດ້ອອກໂຮງໝໍໃນວັນດຽວກັນພາຍຫລັງໄດ້ຮັບການປິ່ນປົວຢ່າງຄົບຖ້ວນ.