ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ອະ​ນຸ​ມັດ​ຜ່ານ​ບັນ​ຊີ​ລາຍ​ຊື່​ວິ​ສາ​ຫະ​ກິດ​ສົ່ງ​ອອກ​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ

(VOVWORLD) -ວັນທີ 24 ສິງຫາ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ໃຫ້ອະນຸມັດຜ່ານບັນຊີລາຍຊື່ວິສາຫະກິດສົ່ງອອກທີ່ມີອິດທິຜົນຊື່ສຽງ ປີ 2019 ດ້ວຍວິສາຫະກິດ 268 ແຫ່ງໃນ 25 ຂະແໜງສິນຄ້າ. 
ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ອະ​ນຸ​ມັດ​ຜ່ານ​ບັນ​ຊີ​ລາຍ​ຊື່​ວິ​ສາ​ຫະ​ກິດ​ສົ່ງ​ອອກ​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ - ảnh 1ພາບປະກອບ: laodong.vn

ບັນຊີລາຍຊື່ວິສາຫະກິດສົ່ງອອກທີ່ມີອິດທິພົນຊື່ສຽງໄດ້ລວບລວມ ແລະ ປະກາດບົນພື້ນຖານພິຈາລະນາ ແລະ ການສະເໜີຂອງບັນດາອົງການທີ່ກ່ຽວຂ້ອງ ໂດຍໄດ້ພິຈາລະນາ, ເລືອກເອົາບົນພື້ນຖານບັນດາມາດຖານ ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ກຳນົດກ່ຽວກັບວົງເງິນສົ່ງອອກຕ່ຳສຸດ, ກ່ຽວກັບອິດທິພົນຊື່ສຽງໃນການດຳເນີນທຸລະກິດຕໍ່ບັນດາຄູ່ຮ່ວມມືຕ່າງປະເທດ, ກ່ຽວກັບເລື່ອງປະຕິບັດພັນທະຕໍ່ລັດໃນຂົງເຂດພາສີອາກອນ ແລະ ສິ່ງແວດລ້ອມ. ກະຊວງອຸດສາຫະກຳ ແລະ ການຄ້າ ຫວັງວ່າບັນດາວິສາຫະກິດສົ່ງອອກທີ່ມີອິດທິພົນຊື່ສຽງຫວຽດນາມ ຈະສືບຕໍ່ມານະພະຍາຍາມ, ເສີມຂະຫຍາຍຜົນງານໃນໄລຍະຈະມາເຖິງ ເພື່ອຢັ້ງຢືນໄດ້ທີ່ຕັ້ງຂອງຕົນໃນປະຊາຄົມວິສາຫະກິດໂລກ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມຈຳເປັນທີ່ສຸດ ເພື່ອແນໃສ່ໜູນຊ່ວຍບັນດາວິສາຫະກິດຫວຽດນາມ ຍູ້ແຮງການສົ່ງອອກ ແລະ ເປີດກ້ວາງການຕະຫຼາດ, ເປັນຕົ້ນແມ່ນເມື່ອຫວຽດນາມໄດ້ເຂົ້າຮ່ວມບັນດາສັນຍາການຄ້າເສລີສອງຝ່າຍ ແລະ ຫຼາຍຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ