ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງເຂົ້າຮ່ວມກອງປະຊຸມ
(vovworld) – ພາຍຫຼັງ 5 ປີແຫ່ງການປະຕິບັດມະຕິສູນກາງຄັ້ງທີ 7 ຊຸດທີ 10, ກະສິກຳຫັນປ່ຽນຕາມທິດທັນສະໄໝ - ນີ້ແມ່ນການຕີລາຄາຂອງກອງປະຊຸມຕີລາຄາໝາກຜົນແຫ່ງການຜັນຂະຫຍາຍ ແລະ ພິຈາລະນາທິດທາງຍູ້ແຮງການປະຕິບັດມະຕິສູນກາງຄັ້ງທີ 7 ຊຸດທີ 10 ກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດ ເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີ 25/12, ຢູ່ຮ່າໂນ້ຍ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເປັນປະທານກອງປະຊຸມ.
ພາຍຫຼັງ 5 ປີແຫ່ງການຜັນຂະຫຍາຍມະຕິກ່ຽວກັບການພັດທະນາກະສິກຳ, ຊົນນະບົດ, ຊາວກະສິກອນ, ຫວຽດນາມ ບັນລຸໄດ້ຫຼາຍໝາກຜົນທີ່ພົ້ນເດັ່ນໃນທຸກໆດ້ານ. ຕາມນັ້ນແລ້ວ, ກະສິກຳຫັນປ່ຽນຕາມທິດທັນສະໄໝ, ພື້ນຖານໂຄງລ່າງເສດຖະກິດ, ສັງຄົມເຂດຊົນນະບົດຕິດພັນກັບການພັດທະນາຕົວເມືອງ, ວີຊິດທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນເຂດຊົນນະບົດ, ພິເສດແມ່ນເຂດປະສົບກັບຄວາມຫຍຸ້ງຍາກໄດ້ຮັບການຍົກສູງ, ບັນດາຮູບແບບການຈັດຕັ້ງການຜະລິດ, ບໍລິການຢູ່ເຂດຊົນນະບົດກໍ່ເສີມຂະຫຍາຍປະສິດທິຜົນສູງ, ວິທະຍາສາດ, ເຕັກໂນໂລຢີໄດ້ຮັບການນຳໃຊ້, ສ້າງບາດກ້າວບຸກທະລຸໃນກະສິກຳ. ຄົນງານເຂດຊົນນະບົດກ່ວາ 5 ລ້ານຄົນໄດ້ມີວຽກເຮັດງານທຳ. ບັນດາຮູບແບບເສດຖະກິດສະຫະກອນໃໝ່ເສີມຂະຫຍາຍຢ່າງມີປະສິດທິຜົນ, ແບບຢ່າງຄືຮູບແບບທົ່ງນາຂະໜາດໃຫຍ່ໄດ້ຮັບການຜັນຂະຫຍາຍຢູ່ 43 ແຂວງດ້ວຍເນື້ອທີ່ປູກເຂົ້າກ່ວາ 100.000 ha.