ການກະທຳພິດພາດບໍ່ອາດເຮັດໃຫ້ປ່ຽນແປງຄວາມຈິງກ່ຽວກັບອະທິປະໄຕສຳລັບໝູ່ເກາະເຈື່ອງຊາ,ຮ່ວາງຊາຂອງຫວຽດນາມ
(ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ)
(vovworld) – ວັນທີ 24/06, ເມື່ອຕອບຄຳຖາມຂອງນັກຂ່າວທີ່ໃຫ້ຮູ້ກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ໜ້າຂໍ້ມູນຂ່າວຫວ່າງແລ້ວນີ້ສື່ມວນຊົນຈີນ ໄດ້ໃຫ້ຂ່າວກ່ຽວກັບເລື່ອງຈີນ ສືບຕໍ່ດຳເນີນການກໍ່ສ້າງ ແລະ ນຳເຂົ້າໃຊ້ການບາງກິດຈະກຳຢູ່ໝູ່ເກາະເຈື່ອງຊາ, ໃນນັ້ນມີໂຮງໝໍໃນເກາະ ຈີ້ເທີບ ແລະ ນິຄົມກະເສດໃນເກາະ ຊູບີ, ກໍຄືແຫຼ່ງຂ້ໍມູນກຸ່ມບໍລິສັດຂົນສົ່ງທາງທະເລຈີນ COSCO ມີແຜນການເປີດບັນດາສາຍທ່ອງທ່ຽວໄປໝູ່ເກາະຮ່ວາງຊາ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ ຢືນຢັນວ່າ.
“ຫວຽດນາມ ໄດ້ສະແດງໃຫ້ເຫັນທັດສະນະຢ່າງຈະແຈ້ງ ແລະ ສະເໝີຕົ້ນສະເໝີປາບກ່ຽວກັບບັນຫານີ້ມາຫຼາຍຄັ້ງແລ້ວ. ຫວຽດນາມ ມີອະທິປະໄຕທີ່ບໍ່ອາດໂຕະຖຽງກັນໄດ້ສຳລັບ 2 ໝູ່ເກາະເຈື່ອງຊາ ແລະ ຮ່ວາງຊາ. ເລື່ອງຈີນ ກໍ່ສ້າງ, ນຳເຂົ້າໃຊ້ການບັນດາກິດຈະກຳຢູ່ບັນດາເກາະ, ຫາດດອນຫີນຢູ່ເຂດໝູ່ເກາະເຈື່ອງຊາ ຫຼື ເປີດບັນດາລາຍການທ່ອງທ່ຽວໄປເຖິງເຂດໝູ່ເກາະຮ່ວາງຊາ ແມ່ນລ້ວນແຕ່ລະເມີດອະທິປະໄຕຂອງຫວຽດນາມ ຢ່າງຮ້າຍແຮງ. ບັນດາການກະທຳລະເມີດກົດໝາຍຄືແນວນັ້ນ ບໍ່ອາດເຮັດໃຫ້ປ່ຽນແປງຄວາມຈິ່ງກ່ຽວກັບອະທິປະໄຕຂອງຫວຽດນາມ ສຳລັບ 2 ໝູ່ເກາະດັ່ງກ່າວໄດ້.
ຫວຽດນາມ ຕັດສິນໃຈຄັດຄ້ານ ແລະ ຮຽກຮ້ອງຈີນ ເຄົາລົບອະທິປະໄຕຂອງຫວຽດນາມ, ຢຸດຕິບັນດາການກະທຳຢ່າງຜິດພາດດັ່ງກ່າວໂດຍທັນທີ ແລະ ບໍ່ປະໃຫ້ບັນດາການກະທຳຄ້າຍຄືກັນເກີດຂຶ້ນຄືນໃໝ່; ປະຕິບັດຖະແຫຼງການກ່ຽວກັບການພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ ແລະ ປະກອບສ່ວນຢ່າງແທ້ຈິງເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ”.