(ພາບປະກອບ)
(vovworld) - ປີ 2013, ການຄ້າ 2 ສົ້ນລະຫວ່າງຫວຽດນາມ - ສິງກະໂປ ບັນລຸ 13,11 ຕື້ USD, ເພີ່ມຂຶ້ນ 10,7% ເມື່ອທຽບໃສ່ປີ 2012: ມູນຄ່າຜະລິດຕະພັນຂອງຫວຽດນາມ ທີ່ສົ່ງໄປຍັງສິງກະໂປ ບັນລຸ 3 ຕື້ USD, ເພີ່ມຂຶ້ນ 36,3% ເມື່ອທຽບໃສ່ປີກອນ, ມູນຄ່າສິນຄ້ານຳເຂົ້າຈາກສິງກະໂປບັນລຸ 10,74 ຕື້ USD, ເພີ່ມຂຶ້ນ 5,1%.
ໂດຍສີ່ງໃສ່ບັນດາຕົວເລກສະຖິຕິຂອງປີ 2013, ອົງການການຄ້າສະຖານທູດຫວຽດນາມ ປະຈຳສິງກະໂປ ໃຫ້ຂໍ້ສັງເກດວ່າ ໃນປີ 2014, ວົງເງິນການຄ້າ 2 ສົ້ນ ລະຫວ່າງ 2 ປະເທດສືບຕໍ່ເຕີບໂຕນີ້. ໃນນັ້ນ, ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງ ສິງກະໂປ ຈະເພີ່ມຂຶ້ນສູງພາຍຫຼັງບັນລຸລະດັບ 36,3% ໃນປີ 2013.