ກອງປະຊຸມສົ່ງເສີມກນຄ້າ-ການລົງທຶນລະຫວ່າງ
ນະຄອນໂຮ່ຈີມິນ ແລະ ເຂດ Richmond ການາດາ ວັນທີ 28/05
(ພາບ: TTXVN)
(vovworld) - ຕາມອົງການສະຖິຕິ ການາດາ ແລ້ວ, ຍອດວົງເງິນການຄ້າ 2 ສົ້ນລະຫວ່າງ ຫວຽດນາມ ແລະ ການາດາ ໃນ 3 ເດືອນຕົ້ນປີ 2016 ບັນລຸກ່ວາ 900 ລ້ານ USD, ເພີ່ມຂຶ້ນ 11,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຫວຽດນາມ ສືບຕໍ່ນຳໜ້າບັນດາປະເທດ ອາຊຽນ ໃນການແລກປ່ຽນດ້ານການຄ້າກັບ ການາດາ. ບັນດາປະເພດສິນຄ້າສົ່ງອອກຕົ້ນຕໍຂອງ ຫວຽດນາມ ໄປຍັງ ການາດາ ແມ່ນ: ເຄື່ອງຈັກ, ເຄື່ອງອຸປະກອນໄຟຟ້າ ແລະ ເອເລັກໂຕນິກ; ເຄື່ອງເຟີນີເຈີ, ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ…ບັນດາປະເພດສິນຄ້າສົ່ງອອກອື່ນໆລວມມີ: ສິນໃນນ້ຳ, ໝາກມ່ວງຫິມະພານ, ເຫຼັກກ້າ…ໃນຂະນະນັ້ນ ບັນດາປະເພດສິນຄ້າ ຫວຽດນາມ ນຳເຂົ້າຕົ້ນຕໍຈາກ ການາດາ ແມ່ນຝຸ່ນເຄມີ; ໝາກຖົ່ວເຫຼືອງ, ສິນໃນນ້ຳ; ເຄື່ອງຈັກ, ເຄື່ອງອາໄຫຼ່…ເມື່ອທຽງບໃສ່ກັບບັນດາປະເທດ ອາຊຽນ ແລ້ວ, ຫວຽດນາມ ພຽງແຕ່ຢືນອັນດັບທີ 5 ກ່ຽວກັບການນຳເຂົ້າສິນຄ້າຈາກ ການາດາ ເທົ່ານັ້ນ ແຕ່ຢືນຢູ່ແຖວໜ້າກ່ຽວກັບການສົ່ງອອກສິນຄ້າໄປຍັງຕະຫລາດ ອາເມລິກາເໜືອນີ້.