ການຄາດຄະເນການເຕີບໂຕຂອງ ຫວຽດນາມ ນອນໃນກຸ່ມສູງທີ່ສຸດຢູ່ພາກພື້ນ ອາຊີ

(VOVWORLD) -ການປ່ອຍເງິນລົງທຶນພາກສາທາລະນະໄດ້ຮັບຄວາມຫວັງວ່າ ຈະເຕີບໂຈຢ່າງແຮງກວ່າເມື່ອທຽບໃສ່ປີກາຍ
ການຄາດຄະເນການເຕີບໂຕຂອງ ຫວຽດນາມ ນອນໃນກຸ່ມສູງທີ່ສຸດຢູ່ພາກພື້ນ ອາຊີ - ảnh 1(ພາບປະກອບ: tienphong.vn)

        ຫວຽດນາມ ຈະເຕີບໂຕຢ່າງແຮງ ດ້ວຍລະດັບເຕີບໂຕຍອດຜະລິດຕະພັນພາຍໃນປະເທດ (GDP) ບັນລຸ 7,2% ໃນປີ 2023. ນີ້ແມ່ນການຄາດຄະເນຂອງທະນາຄານ Standard Charteted ໃນບົດລາຍງານຄົ້ນຄວ້າທົ່ສໂລກທີ່ຫາກໍ່ປະກາດ. ຕາມທະນາຄານດັ່ງກ່າວແລ້ວ, ດຸນການຄ້າຂອງ ຫວຽດນາມ ໄດ້ຮັບການປັບປຸງ; ເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ການປ່ອຍເງິນສືບຕໍ່ເພີ່ມຂຶ້ນ ແມ່ນບັນດາປັດໃຈສົ່ງຜົນກະທົບຢ່າງຕັ້ງໜ້າຕໍ່ການເຕີບໂຕເສດຖະກິດໃນປີ 2023.

        ສ່ວນຕາມ HSBC ຫວຽດນາມ ແລ້ວ, ປີ 2023, ຄວາມຕ້ອງການບໍລິໂພກອຸປະໂພກຂອງບັນດາຕະຫຼາດສົ່ງອອກໃຫຍ່ຂອງ ຫວຽດນາມ ຄື ອາເມລິກາ ຫຼື ເອີລົບ ຫຼຸດລົງໄດ້ສົ່ງຜົນກະທົບສ່ວນໃດສ່ວນໜຶ່ງເຖິງການຜະລິດ ແລະ ສົ່ງອອກຂອງ ຫວຽດນາມ, ແຕ່ຄາດຄະເນວ່າ ເສດຖະກິດຂອງ ຫວຽດນາມ ຈະສືບຕໍ່ເຕີບໂຕທີ່ໜ້າປະທັບໃຈ, ຍັງນອນໃນກຸ່ມເຕີບໂຕສູງທີ່ສຸດຢູ່ພາກພື້ນ ອາຊີ.

        ເມື່ອໄຈ້ແຍກກ່ຽວກັບລະດັບເຕີບໂຕຂອງ ຫວຽດນາມ ໃນປີ 2023, ທ່ານນາງ ຫວຽນຮ່ວາຍທູ, ຫົວໜ້າບໍລິຫານ VinaCapital, ຖືວ່າ:

        “ການປ່ອຍເງິນລົງທຶນສາທາລະນະໄດ້ຮັບຄວາມຫວັງວ່າ ຈະເຕີບໂຈຢ່າງແຮງກວ່າເມື່ອທຽບໃສ່ປີກາຍ, ຍ້ອນຄວາມຕັດສິນໃຈຂອງລັດຖະບານ ເຊິ່ງສະແດງອອກຜ່ານການປ່ອຍເງິນລົງທຶນປີນີ້ຂຶ້ນເຖິງ 700.000 ຕື້ດົ່ງ (ປະມານ 30 ຕື້ USD). ນອກນັ້ນ, ເລື່ອງເປີດປະຕູເສດຖະກິດຂອງ ຈີນ ກໍ່ຈະນຳມາເຊິ່ງທ່າແຮງໃດໜຶ່ງໃຫ້ແກ່ພື້ນຖານເສດຖະກິດ ຫວຽດນາມ. ດ້ວຍລະດັບເຕີບໂຕ 6% ຕາມການຄາດຄະເນຂອງພວກຂ້າພະເຈົ້າ ຫຼື 6,5% ຄືເປົ້າໝາຍຂອງລັດຖະບານ ຫວຽດນາມ, ຖ້າຫາກເມື່ອທຽບໃສ່ບັນດາປະເທດໃນພາກພື້ນ ອາຊຽນ, ລະດັບເຕີບໂຕດັ່ງກ່າວກໍ່ສູງກວ່າ”.

ຕອບກັບ

ຂ່າວ/ບົດ​ອື່ນ