ການຄ້າເອເລັກໂຕນິກຊ່ວຍວິສາຫະກິດເພີ່ມລາຍຮັບ

(VOVWORLD) - ບັນດາວິສາຫະກິດຄວນສ້າງນະໂຍບາຍຄ້າຂາຍສິນຄ້າຢ່າງຄົບຖ້ວນ, ລະອຽດ, ຊອກຫາ ແລະ ເຂົ້າໃຈແຈ້ງກົດໝາຍຂອງບັນດາຕະຫລາດການຄ້າເອເລັກໂຕນິກ ເພື່ອຈຳກັດຄວາມສ່ຽງ ແລະ ສິ່ງທີ່ອາດຈະກໍ່ຜົນເສຍຫາຍກ່ຽວກັບເສດຖະກິດລົງ.

  ໃນສະພາບໂລກລະບາດໂຄວິດ-19 ພວມມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນໃນລ່ວງໜ້າໄດ້, ນັກຊ່ຽວຊານດ້ານເສດຖະກິດຫລາຍທ່ານຖືວ່າ ເພື່ອສືບຕໍ່ພັດທະນາຍືນຍົງຄົງຕົວ ຄວາມຮຽກຮ້ອງວາງອອກໃຫ້ບັນດາວິສາຫະກິດແມ່ນຕ້ອງການຫັນເປັນດີຈີຕອນ, ໝູນໃຊ້ເຕັກໂລໂລຊີເຂົ້າໃນການຄ້າຂາຍອອນລາຍ.

ຍ້ອນວ່າການພັດທະນາການຄ້າເອເລັກໂຕນິກ ແມ່ນມາດຕະການໜູນຊ່ວຍວິສາຫະກິດມີຫລາຍກາລະໂອກາດຊອກຫາລູກຄ້າໃຫມ່ ແລະ ປະຢັດຄ່າໃຊ້ຈ່າຍແລກປ່ຽນການຄ້າ. ທ່ານ ຫງວຽນທຽນຟຸກ, ຜູ້ອຳນວຍການຝ່າຍເຄື່ອນໄຫວ ແລະ ດຳເນີນທຸລະກິດບໍລິສັດ Innovative Hub ຫວຽດນາມ ໃຫ້ຮູ້ວ່າ: ເພື່ອຄ້າຂາຍສິນຄ້າຢ່າງມີປະສິດທິຜົນຜ່ານບັນດາຕະຫລາດການຄ້າເອເລັກໂຕລິກ ຄວນນຳໃຊ້ການຫັນເປັນດີຈີຕອນໃນຍຸດທະສາດ marketing ຂອງວິສາຫະກິດ ເພື່ອນຳມາເຊິ່ງປະສິດທິຜົນດີກ່ວາ.

ບັນດານັກຊ່ຽວຊານດ້ານເສດຖະກິດຖືວ່າ ບັນດາວິສາຫະກິດຄວນສ້າງນະໂຍບາຍຄ້າຂາຍສິນຄ້າຢ່າງຄົບຖ້ວນ, ລະອຽດ, ຊອກຫາ ແລະ ເຂົ້າໃຈແຈ້ງກົດໝາຍຂອງບັນດາຕະຫລາດການຄ້າເອເລັກໂຕນິກ ເພື່ອຈຳກັດຄວາມສ່ຽງ ແລະ ສິ່ງທີ່ອາດຈະກໍ່ຜົນເສຍຫາຍກ່ຽວກັບເສດຖະກິດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ