ການຊ່ວງເຮືອໃບອ້ອມໂລກ Clipper 2015 - 2016

ການຊ່ວງເຮືອໃບອ້ອມໂລກ Clipper 2015 - 2016 - ảnh 1
ການຊ່ວງເຮືອໃບອ້ອມໂລກ Clipper 2015 - 2016
(ພາບ: thanhnien)


(vovworld) –​ ໃນ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ຕອບ​ສະ​ໜອ​ງ​ການ​ຊ່ວງເຮືອ​ໃບ​ອ້ອມໂລກ Clipper 2015 – 2016, ຕອນ​ຄ່ຳ​ວັນ​ທີ 05/02, ຢູ່​ແມ່​ນ້ຳ ຮ່ານ, ນະ​ຄອນ​ດ່ານັ້ງ, ໄດ້​ຈັດ​ພິ​ທີເດີນ​ເຮືອ​ໃບ 12 ​ລ​ຳ, ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ປະ​ຊາ​ຊົນ ແລະ ນັກ​ທ່ອງ​ທ່ຽວເຫັນ​ປະ​ຈັກ​ຕາ​ການ​​ເດີນ​ເຮືອ​ພິ​ເສດ​ຂອງ​ກອງ​ເຮືອ​ໃບ​ທີ່​ເຂົ້າ​ຮ່ວມ​ການ​ຊ່ວງ​ເຮືອ. ເພື່ອນ ຫງວຽນ​ຟຸ໋ກວິ້ງ, ຢູ່​ນະ​ຄອນ​ດ່ານັ້ງ ໃຫ້​ຮູ້​ວ່າ.

      “ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ດ່ານັ້ງ ໄດ້​ຕ້ອນ​ຮັບ​ກອງ​ເຮືອ​ໃບ​ຄື​ແນວນີ້, ແມ່ນ​ສິ່ງ​ໃໝ່ ແລະ ແປກ​ປະ​ຫຼາດສຳ​ລັບ​ນະ​ຄອນ ແລະ ແມ່ນ​ໂອ​ກາດ​ເພື່ອ​ດຶງ​ດູດ​ປະ​ຊາ​ຊົນ, ນັກ​ທ່ອ​ງ​ທ່ຽວ​​ມາຢ້ຽມ​ຊົມ. ຂ້າ​ພ​ະ​ເຈົ້າ​ຫວັງ​ວ່າ, ດ່ານັ້ງ ຈະ​ມີ​ການ​ເຄື່ອນ​ໄຫວ​ໃໝ່​ອ່ຽມ​ຄື​ແນວນີ້​ຫຼາຍກວ່າ​ອີກ.”

      ການ​ຊ່ວງ​ເຮືອ​ໃບ​ລວມ​ມີ 12 ທິມ ທີ່​ມາ​ຈ​າກ 44 ປະ​ເທດ. ພິ​ເສດ, ປີນີ້, ການ​ແຂ່ງ​ຂັນ​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ເຮືອ​ໃບ​ທີ່​ມີ​ຊື່​ວ່າ ດ່ານັ້ງ - ຫວຽດ​ນາມ.

ຂ່າວ/ບົດ​ອື່ນ