ການຊອກຫາເຮືອບິນຫາຍສາບສູນຂອງAirAsiaກ້າວເຂົ້າສູ່ມື້ທີສອງ
ເປີດກ້ວາງບໍລິເວນຊອກຫາເຮືອບິນ ເລກໝາຍ QZ 8501
(ພາບ: Reuters)
|
(vovworld) - ໂຄສົກສູນຊອກຫາ ແລະ ກູ້ໄພກູ້ຊີບ ອິນໂດເນເຊຍ (Basarnas) ໃນວັນທີ 29/12 ໃຫ້ຮູ້ວ່າ: ບັນດາຄວາມມານະພະຍາຍາມຊອກຫາເຮືອບິນເລກໝາຍ QZ 8501 ຈະສືບຕໍ່ໄດ້ຮັບການຜັນຂະຫຍາຍໃນຊຸມວັນຈະມາເຖິງ. ກຳນົດເວລາໃນການຊອກຫາແມ່ນອາທິດໜຶ່ງ ແລະ ອາດຈະແກ່ຍາວກ່ວາ ໂດຍອີງໃສ່ສະພາບການຕົວຈິງ.
ສູນ Basarnas ໄດ້ສ້າງຕັ້ງສູນບັນຊາການຢູ່ສະໜາມບິນ Pangkalpinang ເພື່ອຕິດຕາມກວດກາວຽກງານຊອກຫາ, ກູ້ໄພກູ້ຊີບ, ປະຈຸບັນສຸມໃສ່ຢູ່ເຂດທະເລລະຫວ່າງ Belitung ແລະ Kalimantan ຕາເວັນຕົກ ແລະ ບໍລິເວນຊ່ອງທະເລ Karimata. ອິນໂດເນເຊຍ ໄດ້ຈັດສົ່ງກ່ຳປັ່ນ 30 ລຳ ແລະ ເຮືອບິນ 15 ລຳເພື່ອແນໃສ່ຢັ້ງຢືນຈຸດທີ່ຕັ້ງຂອງເຮືອບິນຫາຍສາບສູນ. ໃນຂະນະນັ້ນ, ສິງກາໂປ, ມາເລເຊຍ ແລະ ອົດສະຕາລີ ໄດ້ສົ່ງເຮືອບິນ ແລະ ກ່ຳປັ່ນເຂົ້າຮ່ວມການຊອກຫາ.