ການ​ຕ່າງ​ປະ​ເທດ​ວັດ​ທະ​ນະ​ທຳ ທັງ​ຮັບເອົາ​ສິ່ງຍອດຢ້ຽມ, ພູມ​ປັນ​ຍາ​ຂອງ ມວນ​ມະ​ນຸດ, ທັງ​ຮັກ​ສາ​ພື້ນ​ຖານ​ວັ​ດ​ທະ​ນະ​ທຳທີ່​ກ້າວ​ໜ້າ, ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ສີ​ສັນ​ຊາດ​ຂອງ ຫວຽດ​ນາມ

(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ບຸຍແທັງເຊີນ ໄດ້ໃຫ້ຮູ້ວ່າ: ພັກ ແລະ ລັດ ໄດ້ຢັ້ງຢືນວ່າ ວັດທະນະທຳແມ່ນກຳລັງໜູນພັດທະນາ ແລະ ເນັ້ນໜັກວ່າ ວັດທະນະທຳຕ້ອງໄດ້ໃຫ້ບຸລິມະສິດເທົ່າທຽມກັນກັບ ເສດຖະກິດ, ການເມືອງ.
ການ​ຕ່າງ​ປະ​ເທດ​ວັດ​ທະ​ນະ​ທຳ ທັງ​ຮັບເອົາ​ສິ່ງຍອດຢ້ຽມ, ພູມ​ປັນ​ຍາ​ຂອງ ມວນ​ມະ​ນຸດ, ທັງ​ຮັກ​ສາ​ພື້ນ​ຖານ​ວັ​ດ​ທະ​ນະ​ທຳທີ່​ກ້າວ​ໜ້າ, ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ສີ​ສັນ​ຊາດ​ຂອງ ຫວຽດ​ນາມ - ảnh 1ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ກ່າວຄຳເຫັນທີ່ ກອງປະຊຸມການຕ່າງປະເທດດ້ານວັດທະນະທຳ (ພາບ: toquoc.vn)

ກອງປະຊຸມການຕ່າງປະເທດດ້ານວັດທະນະທຳ ດ້ວຍຫົວຂໍ້ “ຜັນຂະຫຍາຍຍຸດທະສາດການຕ່າງປະເທດວັດທະນະທຳຈົນຮອດປີ 2030: ເປັນເຈົ້າການໃນການຮັບມື,ປະກອບສ່ວນແຜ່ຂະຫຍາຍຄຸນຄ່າ ແລະ ໂຄສະນາຜະລິດຕະພັນຫວຽດນາມ” ໄດ້ດຳເນີນໃນຕອນບ່າຍວັນທີ 20 ທັນວາຢູ່ ຮ່າໂນ້ຍ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໄດ້ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ບຸຍແທັງເຊີນ ໄດ້ໃຫ້ຮູ້ວ່າ: ພັກ ແລະ ລັດ ໄດ້ຢັ້ງຢືນວ່າ ວັດທະນະທຳແມ່ນກຳລັງໜູນພັດທະນາ ແລະ ເນັ້ນໜັກວ່າ ວັດທະນະທຳຕ້ອງໄດ້ໃຫ້ບຸລິມະສິດເທົ່າທຽມກັນກັບ ເສດຖະກິດ, ການເມືອງ. ທ່ານລັດຖະມົນຕີໄດ້ຍົກອອກ 3 ຈຸດໃໝ່ທີ່ພົ້ນເດັ່ນຂອງຍຸດທະສາດການຕ່າງປະເທດດ້ານວັດທະນະທຳຈົນຮອດປີ 2030 ແມ່ນ: ທີໜຶ່ງ, ເຮັດໃຫ້ເນື້ອໃນຂອງການຕ່າງປະເທດດ້ານວັດທະນະທຳມີຄວາມຈະແຈ້ງ ແລະ ເລິກເຊິ່ງກ່ວາອີກ. ທີສອງ, ຍຸດທະສາດໃໝ່ຕ້ອງກຳນົດໄດ້ເຈົ້າຂອງເພື່ອມຸ່ງໄປເຖິງ ແລະ ຄູ່ຮ່ວມມືເພື່ອຜັນຂະຫຍາຍແມ່ນບັນດາທ້ອງຖິ່ນ, ປະຊາຊົນ, ວິສາຫະກິດ. ທີສາມ ແມ່ນຍຸດທະສາດໄດ້ອັບເດດ ແລະ ຫັນ 5 ໜ້າທີ່ຈຸດສຸມເປັນລະອຽດ.

ທ່ານບູຍແທັງເຊີນ ໄດ້ເນັ້ນໜັກວ່າ ການຕ່າງປະເທດດ້ານວັດທະນະທຳໃນໄລຍະຈະມາເຖິງສືບຕໍ່ຮັບເອົາ ສິ່ງຍອດຢ້ຽມ, ພູມປັນຍາຂອງ ມວນມະນຸດ, ເຮັດໃຫ້ສາງວັດທະນະທຳຫວຽດນາມ ມີຄວາມອຸດົມສົມບູນກ່ວາອີກ, ປະກອບສ່ວນເຂົ້າໃນການຮັກສາ, ກໍ່ສ້າງພື້ນຖານວັດທະນະທຳ ຫວຽດນາມ ທີ່ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ທັງປົກປັກຮັກສາບັນດາຄຸນຄ່າພື້ນຖານແນວຄວາມຄິດຂອງພັກ, ໝາກຜົນຂອງລັດ.

ຕອບກັບ

ຂ່າວ/ບົດ​ອື່ນ