ການຖະແຫຼງຂ່າວສາກົນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ

(VOVWORLD) -ຈຳນວນຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງນີ້ແມ່ນ 1.587 ທ່ານ, ທີ່ຕາງໜ້າໃຫ້ສະມາຊິກພັກກວ່າ 5,1 ລ້ານຄົນໃນທົ່ວປະເທດ
ການຖະແຫຼງຂ່າວສາກົນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ - ảnh 1ທ່ານ ຫວໍວັນເທືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ
(ພາບ: vietnamnet.vn)

ຕອນບ່າຍວັນທີ 22 ມັງກອນ, ກ່າວຄຳເຫັນທີ່ການຖະແຫຼງຂ່າວກ່ອນການໄຂກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ທ່ານ ເລແມ້ງຮຸ່ງ, ຮອງຫົວຄະນະໂຄສະນາສຶກສາສູນກາງພັກ, ຫົວໜ້າສູນສື່ມວນຊົນໃຫ້ຮູ້ວ່າ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຈະດຳເນີນໃນລະຫວ່າງວັນທີ 25 ມັງກອນ ຫາວັນທີ 02 ກຸມພາ ຢູ່ນະຄອນຫຼວງຮ່າໂນ້ຍ. ຈຳນວນຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງນີ້ແມ່ນ 1.587 ທ່ານ, ທີ່ຕາງໜ້າໃຫ້ສະມາຊິກພັກກວ່າ 5,1 ລ້ານຄົນໃນທົ່ວປະເທດ, ເພີ່ມຂຶ້ນເກືອບ 80 ທ່ານເມື່ອທຽບໃສ່ກອງປະຊຸມໃຫຍ່ຄັ້ງທີ 12 ຜ່ານມາ, ຫຼາຍທີ່ສຸດໃນ 13 ອາຍຸການຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກ.

        ກ່ຽວກັບການຮັບເອົາຄຳເຫັນປະກອບຂອງປະຊາຊົນເຂົ້າໃນເອກະສານຍື່ນສະເໜີຕໍ່ຂອງປະຊຸມໃຫຍ່ຄັ້ງນີ້. ທ່ານ ຫວໍວັນເທືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ, ໃຫ້ຮູ້ວ່າ.

        “ບັນດາເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໃນຄັ້ງນີ້ ແມ່ນການເຕົ້າໂຮມພູມປັນຍາຂອງທົ່ວພັກ, ທົ່ວປະວງຊົນ, ທົ່ວກອງທັບ, ໃນນັ້ນມີທັງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ນອກຈາກການຮັບເອົາຄຳເຫັນປະກອບທີ່ໄດ້ສະເໜີໃນເອກະສານ, ຢູ່ບັນດາບັນຫາລະອຽດ ແລະ ຍ້ອນເຫດນັ້ນ ອາດເວົ້າໄດ້ວ່າ ເອກິສານແມ່ນການເຕົ້າໂຮມພູມປັນຍາຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ”.

        ກ່ຽວກັບນະໂຍບາຍການຕ່າງປະເທດຂອງຫວຽດນາມ ໃນຊຸມປີຕໍ່ໆໄປ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວ໊ກຢຸງ ໃຫ້ຮູ້ວ່າ, ໃນເອກະສານຂອງກອງປະຊຸມໃຫຍ່ໄດ້ສະແດງໃຫ້ເຫັນຈິດໃຈຢຶດໝັ້ນກັບແນວທາງການຕ່າງປະເທດສັນຕິພາບ, ເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນດ້ານການທູດເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ຫວຽດນາມ ຈະສູ້ຊົນເພື່ອຍົກລະດັບການພົວພັນທາງການທູດຫຼາຍຝ່າຍ ແລະ ເຮັດໃຫ້ການພົວພັນ 2 ຝ່າຍເລິກເຊິ່ງຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ