ການທູດວັດທະນະ ທຳຊ່ວຍທ້ອງຖິ່ນຕ່າງໆ ຂອງຫວຽດນາມ ພັດທະນາ ແລະ ເຊື່ອມໂຍງ

ການທູດວັດທະນະ ທຳຊ່ວຍທ້ອງຖິ່ນຕ່າງໆ ຂອງຫວຽດນາມ ພັດທະນາ ແລະ ເຊື່ອມໂຍງ - ảnh 1

Festival Hue ກຽມພ້ອມ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ວັດທະນະທຳ

(ພາບ:tapchibaohiemxahoi.gov.vn)

( vovworld ) –   ​ໂດຍ​ສືບ​ຕໍ່​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ງານ​ບຸນ Festival Hue 2012, ຕອນ​​ເຊົ້າວັນ​ທີ 9/4, ທີ່​​ນະຄອນ Hue ​ໄດ້​ຈັດການ​ພົບ​ປະສົນທະນາກ່ຽວ​ກັບ “ການ​ທູດ​ວັດທະນະທຳ​: ຊ່ວຍ​ທ້ອງ​ຖິ່ນ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ“ ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ Thua Thien Hue ຈັດຕັ້ງຂຶ້ນ. ທີ່ການ​ພົບ​ປະສົນທະນາ, ບັນດາ​ທ່ານ​ເອກ​ອັກຄະ​ລັດຖະທູດ, ທູຕານຸທູດ​ປະ​ເທດ​ຕ່າງໆ​ປະຈຳ​ຫວຽດນາມ ​ໄດ້​ແບ່ງປັນ​ບັນດາ​ປະສົບ​ການ, ບົດຮຽນທີ່​ມີຄ່າ​ໃນ​ການ​ອະນຸລັກ​ຮັກສາ, ​ເສີມ​ຂະ​ຫ​ຍາຍມໍລະດົກ; ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ, ການ​ຮ່ວມ​ມື​ລະ​ຫ່ວາງ​ປະ​ເທດ​ຕ່າງໆ​ກັບ​ແຂວງ Thua Thien Hue ​ເພື່ອ​ແນ​ໃສ່​ໂຄສະນາ​ເຄື່ອງໝາຍ​ການ​ຄ້າຂອງ​ທ້ອງ​ຖິ່ນ​ອອກ​ສູ່​ພາກ​ພື້ນ ​ແລະ ​ໂລກ. ທ່ານ Saadi Salama ​ເອກ​ອັກຄະ​ລັດຖະທູດ Palestin ປະຈຳ​ຫວຽດນາມ ຖື​ວ່າ:  “​ໃນ​ຖານະ​ແມ່ນ​ຊາວ Palestin ຜູ້ໜຶ່ງ ທີ່​ໄດ້​ດຳລົງ​ຊີວິດ ​ແລະ​ ເຮັດ​ວຽກ​ຢູ່​ຫວຽດນາມ, ຂ້າພະ​ເຈົ້າຖືວ່າ, ຫວຽດນາມ​ຄວນ​ມານະ​ພະຍາຍາມ​ຍູ້​ແຮງ​ການ​ພົວພັນ​ດ້ານ​ວັດທະນະທຳ​ກັບປະ​ເທດ​ຕ່າງໆ​ໃນ​ໂລກ ຍ້ອນ​ວ່າ ວັດທະນະທຳ​ແມ່ນ​ພື້ນຖານ​ຢ່າງ​ໜັກ​ແໜ້ນ​ ເພື່ອ​ເປີດ​ກ້ວາງ​ການ​ພົວພັນ​ດ້ານ​ເສດຖະກິດ ​ແລະ ພັດທະນາ​ປະ​ເທດ​ຊາດ. ຂ້າພະ​ເຈົ້າຄິດ​ວ່າ Festival Hue ຄັ້ງນີ້ ກໍ່​ແມ່ນ​ການ​ພິສູດ​ໃຫ້​ເຫັນ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ​ ໃນ​ການ​ໂຄສະນາ​ວັດທະນະທຳຫວຽດນາມ. ສ່ວນ​ພວກ​ຂ້າພະ​ເຈົ້າກໍ​ພ້ອມ​ແລ້ວ​ທີ່​ຈະ​ຊ່ວຍ​ເຫຼືອ​ຫວຽດນາມ ​ແລະ ສົ່ງ​ບັນດາ​ຄະນະ​ສີ​ລະ​ປະກອນ​ມາ​ຫວຽດນາມ

   ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ສົນທະນາ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Nguyen Thanh Son ​ໃຫ້​ຮູ້​ວ່າ: ​ໃນ​ຊຸມ​ປີຜ່ານມາ, ພ້ອມ​ກັບ​ທ່າ​ອຽງ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ໃນ​ໂລກ, ວຽກ​ງານ​ການ​ທູດ​ວັດທະນະທຳ​ຂອງ​ຫວຽດນາມ ນັບ​ມື້​ນັບ​ໄດ້​ຮັບ​ການ​ຍູ້​ແຮງ​ຕາມ​ຈິດ​ໃຈ​ຕັ້ງໜ້າ, ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ, ​ເປີດ​ກ້ວາງ​ການ​ພົວພັນ​ຕ່າງປະ​ເທດ, ປະກອບສ່ວນ​ໂຄສະນາ​ພາບ​ພົດ​ປະ​ເທດ​ຊາດ, ວັດທະນະທຳ ​ແລະ ຊາວ​ຫວຽດນາມ.


ຂ່າວ/ບົດ​ອື່ນ