ການທ່ອງທ່ຽວຂອງຝລັ່ງຖືກຜົນສະທ້ອນພາຍຫຼັງບັນດາການບຸກໂຈມຕີກໍ່ການຮ້າຍ
(ພາບປະກອບ: CNN)
(vovworld) - ຂະແໜງທ່ອງທ່ຽວຂອງຝລັ່ງ ພວມປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ, ເມື່ອນັກທ່ອງທ່ຽວຕ່າງປະເທດເລືອກເອົາຝລັ່ງ ແມ່ນສະຖານທີ່ທ່ອງທ່ຽວໃນບັນດາມື້ພັກຍາວນັບມື້ນັບໜ້ອຍລົງ. ສາຍເຫດຂອງການຫຼຸດຜ່ອນນີ້ແມ່ນຍ້ອນນັກທ່ອງທ່ຽວມີຄວາມວິຕົກກັງວົນວ່າ ຕົນເອງຈະແມ່ນຜູ້ປະສົບເຄາະຮ້າຍຂອງບັນດາເປົ້າໝາຍບຸກໂຈມຕີຂອງພວກຫົວຮຸ້ນແຮງ, ໃນຂະນະທີ່ເຄີຍເກີດບັນດາເຫດການກໍ່ການຮ້າຍທີ່ນອງເລືອດຢູ່ປາຣີ ຫຼື Nice ໃນໄລຍະຜ່ານມາ. ຂະແໜງທ່ອງທ່ຽວເຄີຍແມ່ນໜື່ງໃນບັນດາຂະແໜງປາຍແຫຼມຂອງຝລັ່ງ, ປະກອບສ່ວນຫຼາຍເຂົ້າ GDP ຂອງປະເທດນີ້. ໄລ່ສະເພາະອາທິດທີ 3 ຂອງເດືອນ 07, ພາຍຫຼັງເກີດເຫດບຸກໂຈມຕີດ້ວຍລົດຂົນສົ່ງຢູ່ນະຄອນ Nice ເຮັດໃຫ້ 84 ຄົນເສຍຊີວິດ, ຈຳນວນແຂກມາທ່ອງທ່ຽວຢູ່ນະຄອນນີ້ໄດ້ຫຼຸດລົງ 57%. ພິເສດ, ຈຳນວນນັກທ່ອງທ່ຽວຄົນຮັ່ງມີຈາກອາເມລິກາ, ອາຊີ ແລະ ບັນດາປະເທດເຂດອ່າວເປີເຊຍ ກໍ່ບໍ່ເລືອກເອົາຝລັ່ງ ໄປທ່ອງທ່ຽວ, ທັງນີ້ກໍພາໄປເຖິງການຫຼຸດຜ່ອນລາຍຮັບຂອງບັນດາຮ້ານຂາຍສິນຄ້າລາຄາດແພງຢູ່ປະເທດນີ້.