ການທ່ອງທ່ຽວເທື່ອທຽນ-ເຫ໋ວມີສັນຍານຕັ້ງໜ້າໃນໄລຍະຕົ້ນປີ

ການທ່ອງທ່ຽວເທື່ອທຽນ-ເຫ໋ວມີສັນຍານຕັ້ງໜ້າໃນໄລຍະຕົ້ນປີ - ảnh 1
ແຂກ​ທ່ອງ​ທ່ຽ​ວ​ສາ​ກົນ​ຢ້​ຽມ​ຢາມ ກຸງ​ເກົາ​ເຫ໋ວ

(vovworld) – ​​ຕາ​ມ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ເທື່ອ​ທຽນ - ເ​ຫ໋ວແລ້ວ, ໃນ​ເດືອນ​ທຳ​ອິດ​ຂອງ​ປີ 2017, ທົ່ວ​ແຂວງ ໄດ້​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ 229.600 ເທື່ອ​ຄົນ, ໃນ​ນັ້ນ​ມີ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 81.300 ເທື່ອ​ຄົນ, ລາຍ​ຮັບ​ສັງ​ຄົມ​ຈາກ​ການ​ທ່ອງ​ທ່ຽວ​ບັນ​ລຸ​ກ່​ວາ 265,21 ຕື້​ດົ່ງ. ວັນ​ທີ 6/2, ກ່ຳ​ປັ່ນ​ທ່ອງ​ທ່ຽວ​ທະ​ເລ​ລຳ​ທຳ​ອິດ​ໄດ້​ເຂົ້າ​ທຽບ​ທ່າ ເຈີນ​ໄມ ໃນ​ປີ​ລະ​ກາ 2017. ນີ້​ແມ່ນ​ກ່ຳ​ປັ່ນ​ທ່ອ​ງ​ທ່ຽວ​ທະ​ເລ​ສາ​ກົນ​ຂອງ​ປະ​ເທດ ອາ​ເມ​ລິ​ກາ ໄດ້​ໂດຍ​ສານ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 2.150 ຄົນ ແລະ ລູກ​ເຮືອກ່​ວາ 950 ຄົນ​ເຂົ້າ​ທຽບ​ທ່າ ເຈີນ​ໄມ. ພາຍ​ຫຼັງ​ເຂົ້າ​ທຽບ​ທ່າ, ແຂກ​ທ່ອງ​ທ່ຽວ​ໄດ້​ໄປ​ຢ້ຽມ​ຢາມ​ບັນ​ດາ​ທິວ​ທັດ​ທຳ​ມະ​ຊາດ, ປູ​ຊະ​ນີ​ຍະ​ສ​ະ​ຖານ​ປະ​ຫວັດ​ສາດ​ຢູ່​ເຫ​້​ວ, ໂຮ້ຍ​ອານ, ດ່ານັ້ງ… ເດືອນ 1/2017, ກໍ່​ແມ່ນ​ຈຸດ​ເວ​ລາ​ຈັດ​ບຸ​ນ​ເຕັດ​ປີ​ລະ​ກາ 2017 ດັ່ງ​ນັ້ນ​ຈຳ​ນວນ​ແຂກ​ທ່​ອງ​ທ່ຽວ​​ມາຢ້ຽມ​ຢາມ ເ​ຫ໋ວ​ໄດ້​ເພີ່ມ​ຂ​ຶ້​ນ​ສ​ູງ. ສະ​ເພາະ​ໃນ 7 ວັນ​ຂອງ​ບຸນ​ເຕັດ, ທົ່ວ​ແຂວງ​ເທື່ອ​ທຽນ - ເຫ໋ວ ໄດ້​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ເກືອບ 100.000 ເທື່ອ​ຄົນ, ໃນ​ນັ້ນ​ມີ​ແຂກ​ທ່​ອງ​ທ່ຽວ 56.902 ເທື່ອ​ຄົນ ກວມ 62%. ລາຍ​ຮ​ັບ​ຈາກ​ການ​ທ່ອງ​ທ່ຽວ​ໃນ​ໂອ​ກາດນີ້​ບັນ​ລຸ​ປະ​ມານ 80,887 ຕື້​ດົ່ງ, ລາຍ​ຮັບ​ສັງ​ຄົມ​ຈາກ​ການ​ທ່ອງ​ທ່ຽວ​ຄາດ​ວ່າ​ບັນ​ລຸ 165 ຕື້​ດົ່ງ.


ຂ່າວ/ບົດ​ອື່ນ