ການ​ນໍາ ສປປ.​ເກົາຫຼີ ຕິດຕາມ​ກວດກາ ບັນດາ​ການ​ຊ້ອມ​ຮົບ

(VOVWORLD) -   ວັນທີ 29 ກຸມພາ, ສໍານັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ໃຫ້ຂ່າວວ່າ ການນໍາ ສປປ.ເກົາຫຼີ Kim Jong – un ໄດ້ລົງຕິດຕາມກວດກາບັນດາການຊ້ອມຮົບການທະຫານ. 

     ນີ້ແມ່ນການຊ້ອມຮົບເພື່ອແນໃສ່ ຕີລາຄາການເຄື່ອນທີ່ ແລະ ກໍາລັງຄວາມສາມາດໃນການບຸກໂຈມຕີດ້ວຍກໍາລັງໄຟ ຂອງກໍາລັງຢູ່ແນວໜ້າ ພ້ອມດ້ວຍບັນດາກົມກອງຢູ່ທາງທິດຕາເວັນອອກ. ສໍານັກຂ່າວສານ KCNA ຢັ້ງຢືນວ່າ ການຊ້ອມຮົບໄດ້ສິ້ນສຸດລົງດ້ວຍຄວາມເພິ່ງພໍໃຈຂອງການນໍາ ສປປ.ເກົາຫຼີ.

ສໍານັກຂ່າວສານສູນກາງ ສປປ.ເກົາຫຼີ ກໍໃຫ້ຮູ້ວ່າ, ການນໍາ Kim Jong – un ໄດ້ເປັນປະທານກອງປະຊຸມຂອງກົມການເມືອງ ຂຶ້ນກັບພັກແຮງງານ ສປປ.ເກົາຫຼີ ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການ “ສະກັດກັ້ນໂລກລະບາດ Covid – 19 ຢູ່ໃນລະດັບສູງສຸດ”.ປັດຈຸບັນນີ້, ສປປ.ເກົາຫຼີ ຍັງບໍ່ທັນມີກໍລະນີໃດຕິດເຊື້ອໄວຣັດ SARS – Cov - 2 ເທື່ອ.


ຕອບກັບ

ຂ່າວ/ບົດ​ອື່ນ