(ພາບປະກອບ)
(vovworld) - ການນຳບັນດາປະເທດ Ireland, ອີຕາລີ ແລະ ໂຮນລັງ ໄດ້ສະເໜີໃຫ້ລາຊະອານາຈັກ ອັງກິດ ບໍ່ຖອນອອກຈາກສະຫະພາບເອີລົບ (EU), ພາຍຫຼັງທີ່ທ່ານນາຍົກລັດຖະມົນຕີ David Cameron ໃຫ້ຄຳໝັ້ນສັນຍາຈະດຳເນີນການຮັບເອົາປະຊາມະຕິກ່ຽວກັບຖານະເປັນສະມາຊິກ EU ຂອງອັງກິດ. ກ່າວຄຳເຫັນໃນວັນທີ 24/01 ຢູ່ກອງປະຊຸມປະຈຳປີຂອງເວທີປາໄສເສດຖະກິດໂລກ (WEF) ທີ່ພວມດຳເນີນໄປຢູ່ນະຄອນ Davos ປະເທດສະວິດ, ທ່ານນາຍົກລັດຖະມົນຕີໂຮນລັງ Mark Rutte ໄດ້ກ່າວເຕືອນວ່າ ຖ້າຫາກອັງກິດ ບໍ່ເປັນສະມາຊິກຂອງ EU ເຊິ່ງລວມມີ 27 ປະເທດນີ້, ອັງກິດຈະກາຍເປັນປະເທດທີ່ໂດດດຽວ ຢູ່ມະຫາສະມຸດອັກລັງຕິກ ແລະ ບໍ່ສາມາດເປັນຂົວເຊື່ອມຕໍ່ລະຫວ່າງອາເມລິກາ ແລະ ເອີລົບ ໄດ້. ສິ່ງດັ່ງກ່າວສະສົ່ງຜົນສະຖ້ອນທີ່ຫຍໍ້ທ້ໍເຖິງພື້ນຖານເສດຖະກິດໂລກເວົ້າລວມ. ແບ່ງປັນທັດສະນະດັ່ງກ່າວ, ທ່ານນາຍົກລັດຖະມົນຕີ Ireland Enda Kenny ເນັ້ນໜັກວ່າ ອັງກິດ ຍັງແມ່ນສູນກາງຂອງ EU ແລະ ສະຫະພາບນີ້ຈະແຂງແຮງກວ່າເກົ່າຖ້າຫາກປະເທດນີ້ຍັງແມ່ນສະມາຊິກຂອງ EU. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ອີຕາລີ Mario Monti ໄດ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນວ່າ ປະຊາຊົນອັງກິດຍັງຄົງສືບຕໍ່ພົວພັນກັບ ບຣຸກແສນ, ເພາະ ອັງກິດຖອນອອກຈາກ EU ກໍໝາຍຄວາມວ່າຈະບໍ່ໄດ້ຮັບຜົນປະໂຫຍດດ້ານເສດຖະກິດ.