ການນຳ ສປປ.ເກົາຫຼີ ແລະ ປະທານາທິບໍດີ ສ.ເກົາຫຼີ ມີຄວາມປະເອີບໃຈກ່ຽວກັບການພົບປະສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2

(VOVWORLD) - ຕາມສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ແລ້ວ, ເມື່ອອຳລາທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ທີ່ມີການຢ້ຽມຢາມ ພຽງຢາງ ໃນວັນທີ 07 ຕຸລາ, 
ການນຳ ສປປ.ເກົາຫຼີ ແລະ ປະທານາທິບໍດີ ສ.ເກົາຫຼີ ມີຄວາມປະເອີບໃຈກ່ຽວກັບການພົບປະສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo  ແລະ ການນຳ ສປປ.ເກົາຫຼີ Kim Jong-un (ພາບ: ອິນເຕີເນັດ)

ການນຳ ສປປ.ເກົາຫຼີ Kim Jong-un ໄດ້ສະແດງຄວາມປະເອີບໃຈຕໍ່ການປຶກສາຫາລືກ່ຽວກັບວິວັດທະນາການປອດນິວເຄຼຍ ກໍ່ຄືຄວາມສາມາດໃນການຈັດຕັ້ງການພົບປະສຸດຍອດລະຫວ່າງ ສປປ.ເກົາຫຼີ ແລະ ອາເມລິກາ ຄັ້ງທີ 2. ການນຳ Kim Jong-un ເຊື່ອໝັ້ນວ່າ ການພົບປະເຈລະຈາລະຫວ່າງ ສປປ.ເກົາຫຼີ ແລະ ອາເມລິກາ ດ້ວຍຄວາມໄວ້ເນື້ອເຊື່ອໃຈລະຫວ່າງການນຳ 2 ທ່ານ ຈະສືບຕໍ່ພັດທະນາຢ່າງສະດວກສະບາຍໃນອະນາຄົດ, ກໍ່ຄືການພົບປະສຸດຍອດລະຫວ່າງ ສປປ.ເກົາຫຼີ - ອາເມລິກາ ຄັ້ງທີ 2 ຈະໄດ້ຈັດຂຶ້ນໂດຍໄວ. 2 ຝ່າຍກໍ່ເຫັນດີເປັນເອກະພາບ ຈັດຕັ້ງບັນດາການພົບປະຂັ້ນນັກວິຊາການ ເພື່ອກະກຽມໃຫ້ກອງປະຊຸມສຸດຍອດລະຫວ່າງ ສປປ.ເກົາຫຼີ ແລະ  ອາເມລິກາ ຄັ້ງທີ 2.

       ໃນຂະນະນັ້ນ, ກ່າວຄຳເຫັນທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໃນວັນທີ 07 ຕຸລາ ຢູ່ ສ.ເກົາຫຼີ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໄດ້ສະແດງຄວາມຫວັງຕໍ່ການພົບປະຄັ້ງທີ 2 ລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ໃນໄລຍະຈະມາເຖິງ ຊຶ່ງຈະສ້າງທ່ວງທ່າ ນຳມາເຊິ່ງບາດກ້າວບຸກທະລຸໃຫ້ແກ່ວິວັດການປອດນິວເຄຼຍ ແລະ ບໍ່ອາດຕ່າວປີ້ນໄດ້, ນຳມາເຊິ່ງສັນຕິພາບໃຫ້ແຫຼມ ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ