ການນຳ ສປປ.ເກົາຫຼີ ໃຫ້ຄຳໝັ້ນສັນຍາຍົກສູງການພົວພັນກັບ ຈີນ ຂຶ້ນສູ່ລະດັບຍຸດທະສາດໃໝ່
(VOVWORLD) -ການນຳສປປ.ເກົາຫຼີ ໄດ້ຢັ້ງຢືນວ່າ ໂດຍບໍ່ຫົວຊາຕໍ່ສະພາບການໂລກມີການຜັນແປຢ່າງສັບສົນ, ສອງພັກ, ສອງລັດ ດ້ວຍຄວາມເຊື່ອໝັ້ນຢ່າງໝັ້ນແກ່ນຕໍ່ຄວາມຖືກຕ້ອງຂອງພາລະກຳສັງຄົມນິຍົມ, ຍູ້ໄວການມຸ່ງໄປເຖິງອະນາຄົດທີ່ສົດໄສກ່ວາອີກ, ຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍດ້ວຍນ້ຳໃຈມິດຕະພາບ ລະຫວ່າງ ກອງທັບສອງປະເທດ ແລະ ການພົວພັນຖານອ້າຍນ້ອງກັນ.
ການນຳ ສປປ.ເກົາຫຼີ Kim Jong-un (ພາບ: KCNA) |
ວັນທີ 1 ກໍລະກົດ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ລົງຂ່າວວ່າ ໃນສານອວຍພອນທີ່ສົ່ງໄປຍັງ ທ່ານປະທານປະເທດຈີນ ສີຈິ້ນຜິງ ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຈີນ, ການນຳ ສປປ.ເກົາຫຼີ Kim Jong-un ໄດ້ໃຫ້ຄຳໝັ້ນສັນຍາຈະຍົກສູງການພົວພັນກັບ ຈີນ ຂຶ້ນສູ່ລະດັບຍຸດທະສາດໃໝ່.
ການນຳສປປ.ເກົາຫຼີ ໄດ້ຢັ້ງຢືນວ່າ ໂດຍບໍ່ຫົວຊາຕໍ່ສະພາບການໂລກມີການຜັນແປຢ່າງສັບສົນ, ສອງພັກ, ສອງລັດ ດ້ວຍຄວາມເຊື່ອໝັ້ນຢ່າງໝັ້ນແກ່ນຕໍ່ຄວາມຖືກຕ້ອງຂອງພາລະກຳສັງຄົມນິຍົມ, ຍູ້ໄວການມຸ່ງໄປເຖິງອະນາຄົດທີ່ສົດໄສກ່ວາອີກ, ຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍດ້ວຍນ້ຳໃຈມິດຕະພາບ ລະຫວ່າງ ກອງທັບສອງປະເທດ ແລະ ການພົວພັນຖານອ້າຍນ້ອງກັນ. ພັກແຮງງານ ສປປ.ເກົາຫຼີ ດ້ວຍຄວາມສາມັກຄີກັບ ພັກກອມມູນິດຈີນ ຢ່າງໝັ້ນແກ່ນ ຈະຍົກການພົວພັນມິດຕະພາບ ລະຫວ່າງ ສປປ.ເກົາຫຼີ ແລະ ຈີນ ຂຶ້ນສູ່ລະດັບຍຸດທະສາດໃໝ່ ຕາມຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝ ແລະ ຕາມຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ, ພ້ອມທັງເປັນການລະດົມກຳລັງໃຈຢ່າງແຮງ ໃຫ້ແກ່ພາລະກິດສ້າງສາສັງຄົມນິຍົມ.