ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ ເກົາຫຼີ ຟ້າມຫຶວຈີ໋ ແລະ ທ່ານຮອງເຈົ້າຄອງນະຄອນ Daejon Baek Chung hee ເຂົ້າຮ່ວມງານວາງສະແດງຮູບຖ່າຍ ຢູ່ ສ. ເກົາຫຼີ
(ພາບ: ສຳນັກຂ່າວສານ ຫວຽດນາມ)
|
(vovworld) – ເນື່ອງໃນໂອກາດໃກ້ຈະສິ້ນສຸດໜ້າທີ່ການທູດຢູ່ ສ. ເກົາຫຼີ, ວັນທີ 3/3, ທ່ານ ຟ້າມຫືວຈີ໋, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ. ເກົາຫຼີ ໄດ້ເຂົ້າຢ້ຽມອຳລາທ່ານ Hwang Kyo – ahn, ຜູ້ຮັກສາການປະທານາທິບໍດີ ທັງເປັນນາຍົກລັດຖະມົນຕີ ສ. ເກົາຫຼີ. ທີ່ການຕ້ອນຮັບ, ທ່ານຜູ້ຮັກສາການປະທານາທິບໍດີ Hwang Kyo – ahn ຖືວ່າ: ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ສ. ເກົາຫຼີ ມີການພັດທະນາຢ່າງວ່ອງໄວ ແລະ ມີປະສິດທິຜົນ “ທີ່ຕົກສະເງີ້” ໃນໄລຍະສັ້ນ ພາຍຫຼັງ 2 ປະເທດສ້າງຕັ້ງການພົວພັນທາງການທູດ 2 ຝ່າຍຢ່າງເປັນທາງການ. ທ່ານ ຜູ້ຮັກສາການປະທານາທິບໍດີ Hwang Kyo – ahn ຢັ້ງຢືນຈະສືບຕໍ່ເອົາໃຈໃສ່ຊຸກຍູ້ການພົວພັນກັບ ຫວຽດນາມ ໃນທຸກໆຂົງເຂດ. ພ້ອມທັງເຊື່ອໝັ້ນວ່າ: ຫວຽດນາມ ຈະຈັດຕັ້ງກອງປະຊຸມເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2017, ໃຫ້ຄຳໝັ້ນສັນຍາຈະສົມທົບຢ່າງແໜ້ນແຟ້ນກັບ ຫວຽດນາມ ເພື່ອຈັດຕັ້ງເຫດການສຳຄັນນີ້ເປັນຢ່າງດີ.
ທ່ານເອກອັກຄະລັດຖະທູດ ຟ້າມຫືວຈີ໋ ສະເໜີໃຫ້ທ່ານຜູ້ຮັກສາການປະທານາທິບໍດີ Hwang Kyo – ahn ເອງ ກໍ່ຄືລັດຖະບານ ສ. ເກົາຫຼີ ສືບຕໍ່ສະຫງວນບຸລິມະສິດໃຫ້ແກ່ການຊຸກຍູ້ການພົວພັນມິດຕະພາບ ການຮ່ວມມືກັບ ຫວຽດນາມ ມີຫຼາຍບາດກ້າວພັດທະນາແຮງກ່ວາໃນໄລຍະຈະມາເຖິງ.