ການນຳ ອີຢູ ເຫັນດີເປັນເອກະພາບຮັບຮອງເອົາຫຼັກໝັ້ນເຈລະຈາ Brexit
ກອງປະຊຸມຂອງການນຳບັນດາປະເທດ ອີຢູ ເມື່ອວັນທີ 9/3
(ພາບ: AFP/TTXVN)
|
(vovworld) – ກອງປະຊຸມສຸດຍອດພິເສດຂອງການນຳ 27 ປະເທດສະມາຊິກສະຫະພາບເອີລົບ (ອີຢູ) ໄຂຂຶ້ນຢູ່ ບຣຸກແຊນ, ປະເທດ ແບນຊິກ ໃນວັນທີ 29/4. ນີ້ແມ່ນກອງປະຊຸມ ສຸດຍອດຄັ້ງທຳອິດຂອງສະຫະພາບເອີລົບ ດ້ວຍເນື້ອໃນກະກຽມໃຫ້ບັນດາການເຈລະຈາຈະມາເຖິງກັບ ອັງກິດ. ນະທີ່ນີ້, ບັນດາການນຳອີຢູ ໄດ້ເຫັນດີເປັນເອກະພາບຮັບຮອງເອົາບັນດາແນວທາງຊີ້ນຳທີ່ “ແຂງກະດ້າງ” ສຳລັບວິວັດການເຈລະຈາກ່ຽວກັບເລື່ອງ ອັງກິດຖອນອອກຈາກ ອີຢູ (ຫຼືຍັງເອີ້ນວ່າ Brexit). ຕາມນັ້ນແລ້ວ, ການເຈລະຈາກ່ຽວກັບຂໍ້ຕົກລົງການຄ້າໃນອະນາຄົດກັບ ອັງກິດ ພຽງແຕ່ໄດ້ເລີ່ມປະຕິບັດໃນຂະນະທີ່ ລອນດອນ ຕົກລົງບັນດາຂໍ້ມາດຕາກ່ຽວກັບສິດພົນລະເມືອງກໍ່ຄືຄ່າໃຊ້ຈ່າຍໃຫ້ Brexit. ບຸລິມະສິດທີໜຶ່ງ ຂອງອີຢູ ແມ່ນຮັບປະກັນສິດຜົນປະໂຫຍດໃຫ້ພົນລະເມືອງ ອີຢູ 3 ລ້ານຄົນພວມດຳລົງຊີວິດຢູ່ ອັງກິດ ແລະ ພົນລະເມືອງ ອັງກິດ 1 ລ້ານຄົນພວມດຳລົງຊີວິດຢູ່ ອີຢູ. ກ່ຽວກັບບັນຫານີ້, ຄະນະກຳມະການເອີລົບ ໄດ້ກະກຽມບັນຊີລາຍຊື່ລະອຽດກ່ຽວກັບສິດເຊິ່ງ ອີຢູ ຢາກປົກປ້ອງພົນລະເມືອງຂອງຕົນ. ເອີລົບ ກໍ່ຮຽກຮ້ອງໃຫ້ ອັງກິດ ປະຕິບັດສຳເລັດ “ບັນຊີ” ອອກຈາກ ເອີລົບ ເໝາະສົມທີ່ສຸດ, ຕາມນັ້ນແລ້ວ, ນັບທັງບັນດາຄຳໝັ້ນສັນຍາກ່ຽວກັບງົບປະມານຮອດວັນທີ່ປະເທດນີ້ຖອນອອກຈາກ ອີຢູ ຢ່າງເປັນທາງການ ດ້ວຍຕົວເລກບໍ່ເປັນທາງການຂຶ້ນເຖິງ 50 -60 ຕື້ເອີໂຣ.