(VOVWORLD) -ວັນທີ 5 ທັນວາ, ທ່ານ Ursula von de Layen ປະທານ ຄະນະກຳມະການເອີລົບ ແລະ ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໄດ້ໂອ້ລົມທາງໂທລະສັບເພື່ອຊອກຫາວິທີແກ້ໄຂຄວາມຈົນຕາແຈໃນການເຈລະຈາກ່ຽວກັບຂໍ້ຕົກລົງການຄ້າຫລັງ Brexit.
ເຖິງຢ່າງໃດກໍຕາມ ຖະແຫລງການຮ່ວມຫລັງການໂອ້ລົມທາງໂທລະສັບໃຫ້ຮູ້ວ່າ: ຄວາມແຕກຕ່າງຍັງມີຢູ່ ແລະ ສອງຝ່າຍຈະສືບຕໍ່ເຈລະຈາເພື່ອ ແກ້ໄຂ.
ຖະແຫລງການຢືນຢັນ ຈະບໍ່ສາມາດບັນລຸໄດ້ຂໍ້ຕົກລົງ ຖ້າຫາກຄວາມບໍ່ລົງລອຍກັນປະຈຸບັນບໍ່ສາມາດແກ້ໄຂໄດ້. ປະຈຸບັນ ຄວາມບໍ່ລົງລອຍກັນລະຫວ່າງ ລອນດອນ ແລະ ບຣຸກແຊນ ຍັງແມ່ນສຸມໃສ່ຂົງເຂດການປະມົງ, ຂໍ້ກຳນົດແກ້ງແຍ່ງຢ່າງສະເຫມີພາບ ແລະ ກົນໄກແກ້ໄຂຄວາມບໍ່ລົງລອຍກັນ.