(VOVWORLD) -ທ່ານປະທານາທິບໍດີ ອາເມລິກາ Joe Biden ໃຫ້ຂໍ້ສັງເກດວ່າ ວໍຊິງຕັນ, ໂຕກຽວ ແລະ ເຊີອຸນ ແມ່ນ “ພັນທະມິດສຳຄັນ”
ທີ່ການພົບປະ 3 ຝ່າຍ
(ພາບ: AFP/Jiji)
|
ວັນທີ 13 ພະຈິກ, ທ່ານປະທານາທິບໍດີ Joe Biden ຖະແຫຼງວ່າ, ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ຮ່ວມມືກັນຢ່າງແໜ້ນແຟ້ນຍິ່ງກວ່າເວລາໃດໝົດໃນບັນຫາ ສປປ.ເກົາຫຼີ.
ກ່າວຄຳເຫັນຢູ່ ພະນົມເປັນ, ປະເທດ ກຳປູເຈຍ, ພາຍຫຼັງການພົບປະ 3 ຝ່າຍກັບການນຳ ຍີ່ປຸ່ນ ແລະ ສ.ເກົາຫຼີ ຢູ່ນອກກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໃຫ້ຂໍ້ສັງເກດວ່າ ວໍຊິງຕັນ, ໂຕກຽວ ແລະ ເຊີອຸນ ແມ່ນ “ພັນທະມິດສຳຄັນ”, ພ້ອມກັນແບ່ງປັນຄວາມວິຕົກກັງວົນກ່ຽວກັບບັນດາເຫດຍິງລູກສອນໄຟຂອງ ສປປ.ເກົາຫຼີ. ທ່ານປະທານາທິບໍດີ Joe Biden ຢືນຢັນຄືນໃໝ່ຄຳໝັ້ນສັນຍາຂອງ ອາເມລິກາ ໃນການເພີ່ມທະວີຄວາມອາດສາມາດ “ນາບຂູ່ເປີດກວ້າງ” ປົກປ້ອງ ສ.ເກົາຫຼີ ແລະ ຍີ່ປຸ່ນ.
ສ່ວນທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk yeol ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ປາດຖະໜາວ່າ 2 ປະເທດຈະເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ. ການນຳ 3 ປະເທດກໍ່ຮຽກຮ້ອງໃຫ້ ສປປ.ເກົາຫຼີ ເຄົາລົບບັນດາພັນທະ ແລະ ຄຳໝັ້ນສັນຍາສ້າງແຫຼມ ເກົາຫຼີ ປອດນິວເຄຼຍ.