ການ​ນຳ ອາ​ເມ​ລິ​ກາ - ສ.ເກົາຫຼີ ດຳ​ເນີນ​ການ​​ເຈ​ລະ​ຈາ​ຂັ້ນສຸດຍອດ

(VOVWORLD) -ການນຳສອງປະເທດ ອາເມລິກາ ແລະ ສ.ເກົາຫຼີ ໄດ້ປຶກສາຫາລືກ່ຽວກັບໂຄງການດຳເນີນງານໃນວົງກວ້າງດ້ວຍຫຼາຍຂົງເຂດ, ຈາກຄຸນຄ່າຂອງພັນທະມິດທີ່ມີຕໍ່ຄວາມໝັ້ນຄົງໃນພາກພື້ນ, ເຕັກໂນໂລຢີ, ສາທາລະສຸກ, ສປປ.ເກົາຫຼີ ແລະ ບາງບັນຫາອື່ນໆ.
ການ​ນຳ ອາ​ເມ​ລິ​ກາ - ສ.ເກົາຫຼີ ດຳ​ເນີນ​ການ​​ເຈ​ລະ​ຈາ​ຂັ້ນສຸດຍອດ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ຄູ່ຕຳແໜ່ງ ສ.ເກົາຫຼີ Moon Jae – in  ເຈລະຈາຂັ້ນສຸດຍອດໂດຍກົງ ຄັ້ງທຳອິດ ຢູ່ທຳນຽບຂາວ (ພາບ: TTXVN)

ຕອນບ່າຍວັນທີ 21 ພຶດສະພາ, ຕາມເວລາທ້ອງຖິ່ນ, ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ຄູ່ຕຳແໜ່ງ ສ.ເກົາຫຼີ Moon Jae – in  ໄດ້ມີການເຈລະຈາຂັ້ນສຸດຍອດໂດຍກົງ ຄັ້ງທຳອິດ ຢູ່ທຳນຽບຂາວ. ການນຳສອງປະເທດ ອາເມລິກາ ແລະ ສ.ເກົາຫຼີ ໄດ້ປຶກສາຫາລືກ່ຽວກັບໂຄງການດຳເນີນງານໃນວົງກວ້າງດ້ວຍຫຼາຍຂົງເຂດ, ຈາກຄຸນຄ່າຂອງພັນທະມິດທີ່ມີຕໍ່ຄວາມໝັ້ນຄົງໃນພາກພື້ນ, ເຕັກໂນໂລຢີ, ສາທາລະສຸກ, ສປປ.ເກົາຫຼີ ແລະ ບາງບັນຫາອື່ນໆ.

        ສອງຝ່າຍກໍໄດ້ປຶກສາຫາລືກ່ຽວກັບວິທີ ອາເມລິກາ ຈະໜູນຊ່ວຍ ສ.ເກົາຫຼີ ໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19, ພິເສດແມ່ນວັກຊິນກັນພະຍາດໂຄວິດ - 19 ເພື່ອແນໃສ່ແກ້ໄຂສະພາບການຂາດແຄນວັກຊິນຢູ່ປະເທດນີ້, ກໍຄືການຮ່ວມມືລະຫວ່າງສອງຝ່າຍ ແນໃສ່ຊ່ວຍເຫຼືອບັນດາປະເທດຍັງເຫຼືອໃນໂລກ.

        ບັນຫາ ສປປ.ເກົາຫຼີ ກໍແມ່ນໜຶ່ງໃນບັນດາຫົວຂໍ້ຕົ້ນຕໍຂອງການເຈລະຈາດັ່ງກ່າວ ດ້ວຍຄວາມຫວັງ ຈະສ້າງບາດກ້າວບຸກທະລຸໃນການຟື້ນຟູວິວັດທະນະການສ້າງສັນຕິພາບຢູ່ແຫຼມ ເກົາຫຼີ ຄືນໃໝ່. 

ຕອບກັບ

ຂ່າວ/ບົດ​ອື່ນ