ການນຳIPUຫວັງວ່າຫວຽດນາມກາຍເປັນສະມາຊິກໝັ້ນຄົງຂອງສະຫະພັນລັດຖະສະພາລະຫວ່າງຊາດໂລກ
ທ່ານ Martin Chungong ແລະ ທ່ານນາງ ຕ່ອງທິຟ໋ອງ
(vovworld) – ທີ່ການຕ້ອນຮັບທ່ານ Martin Chungong, ເລຂາທິການໃຫຍ່ສະຫະພັນລັດຖະສະພາລະຫວ່າງຊາດໂລກ (IPU) ແລະ ກຸ່ມທີ່ປຶກສາສະຫະພັນລັດຖະສະພາໂລກກ່ຽວກັບການປ້ອງກັນ, ຕ້ານ HIV/ AIDS ໃນຕອນເຊົ້າວັນທີ 30/11, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ເນັ້ນໜັກວ່າ: ຫວຽດນາມ ເປັນກຽດທີ່ສືບຕໍ່ໄດ້ຮັບການເລືອກເຟັ້ນຈາກ IPU ເພື່ອເຂົ້າຮ່ວມໂຄງການຮ່ວມມື 3 ຝ່າຍກ່ຽວກັບ HIV/ AIDS ລະຫວ່າງ IPU, ອົງການ ສປຊ ກ່ຽວກັບການປ້ອງກັນ, ຕ້ານ HIV/ AIDS ກັບບາງລັດຖະສະພາທີ່ເປັນສະມາຊິກ IPU. ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຫວັງວ່າ: ລັດຖະສະພາລະຫວ່າງຊາດໂລກຈະສົມທົບກັນຢ່າງແໜ້ນແຟ້ນກັບສະພາແຫ່ງຊາດ ຫວຽດນາມ ໃນການກະກຽມຖະແຫຼງການ ຮ່າໂນ້ຍ ທີ່ຈະຍົກອອກມາໃນກອງປະຊຸມໃຫຍ່ລັດຖະສະພາລະຫວ່າງຊາດໂລກ ຄັ້ງທີ 132 ເຊິ່ງຈະຈັດຕັ້ງຢູ່ ຫວຽດນາມ ໃນເດືອນ 3/2015, ສະແດງຄວາມຕັດສິນໃຈຂອງສະມາຊິກສະພາແຫ່ງຊາດໃນທົ່ວໂລກໃນການປະກອບສ່ວນສ້າງບັນດາຈຸດໝາຍພັດທະນາແບບຍືນຍົງຫຼັງປີ 2015, ໃນນັ້ນມີການປ້ອງກັນ, ຕ້ານ HIV/ AIDS, ເພື່ອແນໃສ່ສ້າງໂລກສັນຕິພາບ, ມິດຕະພາບ, ປະຊາທິປະໄຕ ແລະ ພັດທະນາ.
ຮັບຮູ້ ແລະ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການກະກຽມຈັດຕັ້ງກອງປະຊຸມໃຫຍ່ລັດຖະສະພາລະຫວ່າງຊາດໂລກ 132, ທ່ານ Martin Chungong, ເລຂາທິການໃຫຍ່ສະຫະພັນລັດຖະສະພາໂລກ ເຊື່ອໝັ້ນວ່າ: ທີ່ກອງປະຊຸມໃຫຍ່ລັດຖະສະພາລະຫວ່າງຊາດໂລກ ຄັ້ງທີ 132 ຈະຈັ້ງຕັ້ງສຳເລັດຜົນ. ຕີລາຄາສູງບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໃນວຽກງານປ້ອງກັນ, ຕ້ານ ແລະ ຍູ້ HIV/ AIDS ໃຫ້ຖອຍໄປ, ທ່ານ Martin Chungong ຢືນຢັນຈະຮ່ວມມືຢ່າງແໜ້ນແຟ້ນກັບ ຫວຽດນາມ, ພ້ອມທັງປາດຖະໜາວ່າ ຫວຽດນາມ ຈະກາຍເປັນສະມາຊິກໝັ້ນຄົງເຂັ້ມແຂງໃນ IPU.