ພົນຕີ ຫງວຽນຈ້ອງເຫງ້ຍ ພົບປະກັບຄະນະຜູ້ແທນ
ນັກຮົບເກົ່າລາວ ແລະ ເກົ່າກຳປູເຈຍ
(ພາບ: baomoi.com)
(vovworld) - ຫວຽດນາມ - ລາວ - ກຳປູເຈຍ ແມ່ນສາມປະເທດບ້ານໄກ້ເຮືອນຄຽງ, ທີ່ມີສາຍພົວພັນມິດຕະພາບອັນເປັນມູນເຊື້ອມາແຕ່ດົນນານ, ຍາມໃດກໍ່ຮຽງບ່າຮຽງໄຫຼ່, ສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພິເສດແມ່ນໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດມາໃຫ້ແຕ່ລະປະເທດ. ນີ້ແມ່ນຄຳຢັ້ງຢືນຂອງທ່ານຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ພົນຕີ ຫງວຽນຈ້ອງເຫງ້ຍ ທີ່ງານພົບປະກັບຄະນະຜູ້ແທນສະມາຄົມນັກຮົບເກົ່າແຫ່ງຊາດລາວ ແລະ ສະຫະສະມາຄົມນັກຮົບເກົ່າກຳປູເຈຍ ເຊິ່ງຈັດຂຶ້ນໃນຕອນບ່າຍວັນທີ 18/12, ໃນໂອກາດທີ່ສອງຄະນະມາເຂົ້າຮ່ວມກອງປະຊຸມໃຫຍ່ສະມາຄົມນັກຮົບເກົ່າທົ່ວປະເທດຫວຽດນາມຄັ້ງທີ 5. ບັນດາຜູ້ແທນສະມາຄົມນັກຮົບເກົ່າແຫ່ງຊາດລາວ ແລະ ສະຫະສະມາຄົມນັກຮົບເກົ່າກຳປູເຈຍ ລ້ວນແຕ່ຢັ້ງຢືນ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຮັກສາ, ປັບປຸງນ້ຳໃຈສາມັກຄີມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ, ເຊິ່ງພະນັກງານ, ນັກຮົບ ລຸ້ນຕ່າງໆ ແລະ ປະຊາຊົນສາມປະເທດຫວຽດນາມ - ລາວ - ກຳປູເຈຍໄດ້ເພີ່ມພູນຄູນສ້າງ.